leftcenterrightdel
ທັດສະນີຍະພາບເຂດນິເວດວິທະຍາໂລກ ພູ ຈົ໊ວ.  ພາບ: ໂດຍຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ພູ ຈົ໊ວ ສະໜອງ.

ເຂດນິເວດວິທະຍາໂລກ ພູ ຈົ໊ວ  ມີເນື້ອທີ່ທັງໝົດ 106.600 ກວ່າເຮັກຕາ, ເຊິ່ງປະກອບມີ: ປ່າ, ທະເລ ແລະເຄິ່ງທະເລຊາຍ; ໂດຍໄດ້ຮັບການຕີລາຄາວ່າເປັນແບບຢ່າງບັນລຸມາດຕະຖານໜຶ່ງດຽວກ່ຽວກັບລະບົບນິເວດປ່າແຫ້ງແລ້ງ ທີ່ເປັນເອກະລັກສະເພາະຂອງຫວຽດນາມ ແລະອາຊີຕາເວັນອອກສ່ຽງໃຕ້. ປະຈຸບັນເຂດນິເວດວິທະຍາ ມີພືດ 1.500 ກວ່າຊະນິດ, ໃນນັ້ນມີ 54 ຊະນິດໄດ້ບັນທຶກໃສ່ປຶ້ມປົກແດງຫວຽດນາມ ແລະບັນຊີແດງໂລກ (IUCN); ນອກຈາກນີ້ຍັງມີສັດ 765 ຊະນິດ, ໃນນັ້ນມີ 46 ຊະນິດ ແມ່ນຫາຍາກທີ່ສຸດ ແລະໄດ້ມີຊື່ໃນປຶ້ມປົກແດງຫວຽດນາມ ແລະບັນຊີແດງໂລກ.

ກ່າວຄໍາເຫັນທີ່ພິທີ, ທ່ານ ເລຮວ່ຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງນິງຖ້ວນ ຊີ້ແຈ້ງວ່າ ແຂວງນິງຖ້ວນ ຈະເສີມຂະຫຍາຍຄຸນຄ່າເຂດນິເວດວິທະຍາໂລກ ພູ ຈົ໊ວ ຜ່ານຮູບການຕ່າງໆ ຄື: ການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວຄົ້ນຄວ້າວິທະຍາສາດ, ການສຶກສາສິ່ງແວດລ້ອມ ພ້ອມກັບການອະນຸລັກຮັກສາ ແລະພັດທະນາວັດທະນະທໍານາມມະທໍາຂອງຊົນເຜົ່າ ຈໍາ, Raglai.

ໂດຍ: ໄຊຊະນະ