leftcenterrightdel
ຂົວຄໍາ - ໜຶ່ງໃນບັນດາຂົວງາມຕາ ແລະປະທັບໃຈທີ່ສຸດຢູ່ໂລກ. ພາບ: ເວີນຢາງ.

ເວັບໄຊ Insider ໄດ້ຄັດເລືອກເອົາຮູບຂົວຄໍາເປັນຮູບຫຼັກຂອງບົດຂຽນດ້ວຍການພັນລະນາດັ່ງນີ້: ຂົວຄໍາທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ປະທັບໃຈປຽບເໝືອນຜ້າໄໝຄໍາຖືກຍົກຂຶ້ນດ້ວຍຝາມືໃຫຍ່ພິລຶກທີ່ພົ້ນເດັ່ນໃນທ່າມກາງເຂດພູຜາປ່າໄມ້ຂຽວອຸ່ມທຸ່ມ. ກໍ່ນອນໃນລາຍຊື່ນີ້ຍັງມີບັນດາຂົວທີ່ມີຊື່ສຽງ, ເປັນສັນຍາລັກຂອງຫຼາຍປະເທດ, ຄື: ຂົວ Laguna Garzon (ອູຣູກວາຍ), ຂົວປະຕູຄໍາ ຢູ່ San Francisco (ອາເມລິກາ), ຂົວ Millennium ທີ່ກ່າຍແມ່ນໍ້າ Thames (ອັງກິດ)...

ຫຼາຍເວັບໄຊ, ວາລະສານທ່ອງທ່ຽວຕ່າງປະເທດ ຄື: Time, CNN, Guardian ໄດ້ຍ້ອງຍໍຂົວຄໍາວ່າເປັນຂົວຍ່າງທີ່ມີຊື່ສຽງທີ່ສຸດຢູ່ໃນໂລກ, ນອນໃນ Top 100 ສະຖານທີ່ທ່ອງທ່ຽວຍອດຢ້ຽມທີ່ສຸດໃນໂລກ...

ໂດຍ: ໄຊຊະນະ