ຢູ່ທີ່ນີ້, ເບິ່ງຄືວ່າແຕ່ລະມູມຂອງຖະໜົນ, ເຮືອນແຕ່ລະຫຼັງຕະຫຼອດຮອດງ່າໄມ້, ຍອດໄມ້ໃບຫຍ້າລ້ວນແຕ່ໄດ້ນຳມາບັນດາບົດເລື່ອງກ່ຽວກັບປະຫວັດສາດ, ຄວາມມຸ່ງມາດປາຖະໜາ ແລະຄວາມສວຍສົດງົດງາມຂອງເກາະໜ່ວຍນີ້ທີ່ເຄີຍເປັນ “ນາລົກບົນໜ້າໂລກ” ທີ່ກໍາລັງບືນຕົວຂຶ້ນໄດ້ກາຍເປັນ “ສະຫວັນແຫ່ງການທ່ອງທ່ຽວ”.

ກົນດາວ ມີຫຼາຍສິ່ງຫຼາຍຢ່າງທີ່ສ້າງຄວາມປະທັບໃຈຢ່າງແຮງສໍາລັບແຂກທ່ອງທ່ຽວ. ແຕ່ກ່ອນອື່ນໝົດແມ່ນ ບັນດາຕົ້ນຫູກວາງໃຫຍ່ອາຍຸຫຼາຍປີ. ປີ 1862, ທ່ານ Bonard ຜູ້ວ່າການພາກໃຕ້ໄດ້ເຊັນຂໍ້ຕົກລົງສ້າງຄຸກຢູ່ກົນດາວ, ນີ້ກໍ່ແມ່ນຈຸດເວລາເຊິ່ງບັນດາຕົ້ນຫູກວາງທໍາອິດໄດ້ປູກຢູ່ດິນແດນແຫ່ງນີ້. ນັບແຕ່ນັ້ນມາຮອດປະຈຸບັນ, ບັນດາຕົ້ນຫູກວາງໄດ້ມີຊີວິດ ແລະໃຫຍ່ຂື້ນ, ມັນໄດ້ເປັນຮ່ອງຮອຍແຫ່ງການເວລາ, ເປັນປະຫວັດຂອງ ກົນດາວ ທີ່ເຫຼືອປະໄວ້.

leftcenterrightdel
ບັນດາຕົ້ນຫູກວາງ ທີ່ເກາະກົນດາວ. ພາບ: ຫວູດິ່ງດົງ

ຕົ້ນຫູກວາງ ໄດ້ສ້າງຄວາມປະທັບໃຈຢ່າງແຮງກ່ອນອື່ນໝົດແມ່ນຍ້ອນຈໍານວນ, ອາຍຸ ແລະຮູບພາບພາຍນອກຂອງມັນ. ຢູ່ເທດສະບານເມືອງກົນດາວ, ຕົ້ນຫູກວາງແມ່ນປະເພດຕົ້ນໄມ້ທີ່ໄດ້ປູກຫຼາຍກວ່າໝູ່. ຢູ່ຕາມຖະໜົນຫົນທາງ, ບໍລິເວນຄຸກ, ສໍານັກງານອົງການ, ແຄມທະເລ, ສວນສາທາລະນະ... ຢູ່ໃສກໍ່ມີແຕ່ຕົ້ນຫູກວາງ, ເກືອບເປັນທັງໝົດແມ່ນມີອາຍຸປະມານໜຶ່ງສະຕະວັດດັ່ງນັ້ນຈື່ງມີຂະໜາດໃຫຍ່. ຕົ້ນຂອງມັນຈຶ່ງເປັນກ້ອນເປັນໂນ, ມີຮູມີຂຸມເປັນກະຕູດກະຕີດ, ຮາກຂອງມັນແຜ່ກວ້າງອອກ, ໂປໂລຂຶ້ນໜ້າດິນຄ້າຍຄືກັບບັນດາໂຕງູທີ່ໃຫຍ່ໂຕ; ງ່າຂອງມັນຄົດງໍແຜ່ອອກທັງ 4 ທິດ. ລະດູບານໃໝ່, ໃບຕົ້ນຫູກວາງຫຼົ່ນ, ເມື່ອເບິ່ງແຕ່ທາງໄກ, ທົ່ວເຂດທ້ອງຟ້າກົນດາວ ຮຸ່ງແຈ້ງເປັນສີແດງ, ເມື່ອໃບຫຼົ່ນໝົດ, ບັນດາຕົ້ນຫູກວາງເຫຼົ່ານັ້ນເຫຼືອແຕ່ຮ່າງທີ່ໃຫຍ່ໂຕຕັ້ງຢູ່ລະຫວ່າງກາງດິນຟ້າອາກາດ. ເມື່ອຫຍັບເຂົ້າໃກ້, ຢູ່ຕາມຕົ້ນຂອງມັນເປັນສີໂໝກໝົ່ນ, ເປັນກະຕູດກະຕີດແມ່ນບັນດາໜໍ່ອ່ອນຕຸ້ຍພີ, ຂຽວ. ພຽງແຕ່ພາຍຫຼັງໄລຍະເວລາອັນສັ້ນ, ບັນດາໜໍ່ອ່ອນເຫຼົ່ານັ້ນຈະປົ່ງຍາວອອກ, ແຜ່ໃບອອກຢ່າງດົກໜາ, ໄດ້ກາຍເປັນບັນດາຄັນຮົ່ມທີ່ໃຫຍ່ໂຕເພື່ອກັ້ງແດດໃຫ້ທົ່ວເທດສະບານເມືອງ.

ລຸງ ຟານຮວ່າງແອງ, ອະດີດນັກໂທດການເມືອງຖືກຕິດຄຸກຢູ່ ກົນດາວ ບ້ານເກີດຢູ່ ອານຢາງ, ຖືກຈັບເຂົ້າຄຸກແຕ່ປີ 1971-1975. ພາຍຫຼັງວັນປົດປ່ອຍປະເທດຊາດ, ລຸງເປັນໜຶ່ງໃນຈໍານວນໜ້ອຍຂອງອະດີດນັກໂທດຖືກຕິດຄຸກໄດ້ດໍາລົງຊີວິດ ແລະເຮັດວຽກຢູ່ ກົນດາວ. ເວລາໄດ້ຜ່ານໄປເປັນຫຼາຍສີບປີບັນດາ ອະດີດນັກໂທດຖືກຕິດຄຸກໃນເມື່ອກ່ອນນັ້ນຍັງມີຄວາມລື້ງເຄີຍ “ຫຼົງໆລືມໆ” ເດັດໃບ ຫູກວາງ ມາເບິ່ງດົນໆແລ້ວກໍ່ເອົາເຂົ້າປາກຫຍໍ້າເພື່ອໃຫ້ຮັບຮູ້ລົດຊາດຝາດ, ເຄັມເຂັ້ມໃນປາກ.

ລຸງແອງ ໃຫ້ຮູ້ວ່າ, ກັບນັກໂທດທີ່ຖືກຈັບເຂົ້າຄຸກຢູ່ ກົນດາວ, ຕົ້ນຫູກວາງ ໄດ້ຕິດພັນກັບເຂົ້າເຈົ້າມີອານຸສອນຫຼາຍຢ່າງທີ່ສຸດ. ຢູ່ຮົ່ມກ້ອງຕົ້ນຫູກວາງໃນບັນດາເຮືອນຈຳ ຟູຫາຍ, ຟູເຊີນ, ຟູທໍ້, ຄອກໂຕເສືອ... ແມ່ນບ່ອນທີ່ພວກສັດຕູປະຕິບັດບັນດາການທໍລະມານຢ່າງໂຫດຮ້າຍປ່າເຖື່ອນສໍາລັບຜູ້ຖືກຈັບເຂົ້າຄຸກ, ແມ່ນບ່ອນດໍາເນີນບັນດາການຕໍ່ສູ້ອົງອາດກ້າແກ່ນ, ບໍ່ຍອມຈໍານົນຂອງຜູ້ຖືກຈັບເຂົ້າຄຸກກັບພວກທຳມະໂລງ. ບັນດາໂກນຕົ້ນໄມ້ແມ່ນ “ຕູ້ຈົດໝາຍ” ທີ່ປິດລັບ, ແມ່ນບ່ອນເພື່ອໃຫ້ບັນດານັກຮົບປະຕິວັດ ເກັບເຊື່ອງເອກະສານ, ໃບປິວ ແລະສົ່ງຂ່າວໃຫ້ກັນດ້ວຍບັນດາສັນຍານສະເພາະ. ໃບຫູກວາງ, ໝາກຫູກວາງ ແລະຊ້ຳບໍ່ໜຳຍັງນັບທັງເປືອກ ຕົ້ນຫູກວາງ ແມ່ນແຫຼ່ງສະບຽງອາຫານ ແລະເປັນຢາທີ່ລໍ້າຄ່າໄດ້ກູ້ຊ່ວຍຊີວິດຂອງນັກໂທດ, ຊ່ວຍໃຫ້ເຂົ້າເຈົ້າມີຊີວິດເພື່ອສືບຕໍ່ການຕໍ່ສູ້ ແລະຫຼໍ່ລ້ຽງຄວາມມຸ່ງຫວັງ. ເຖິງຢ່າງໃດກໍ່ຕາມ, ພວກທຳມະໂລງບໍ່ ອະນຸຍາດໃຫ້ນັກໂທດເຮັດສິ່ງດັ່ງກ່າວນັ້ນຈັກເທື່ອ. ພວກຂ້າພະເຈົ້າຕ້ອງສວຍໂອກາດເມື່ອພວກມັນ ເຜີຕົວ ເພື່ອເດັດເອົາສອງສາມໃບ, ເອົາໄປເຊື່ອງແລ້ວກັບຫ້ອງຂອງຕົນ. ເມື່ອພວກມັນພົບເຫັນ, ພວກມັນໃຊ້ຄີມເຫຼັກຕີປາກໃຫ້ເລືອດອອກ, ຫັກແຂ້ວ, ດຶງໃບ ຫູກວາງ ອອກຈາກປາກ. ລຸງ ຟານຮວ່າງແອງ ໄດ້ຄິດຄືນດ້ວຍຄວາມກະຕຸ້ນໃຈ.

ບໍ່ພຽງແຕ່ເປັນ “ພະຍານຫຼັກຖານ” ປະຫວັດສາດ ແລະປະກອບສ່ວນສ້າງໂສມໜ້າທິວສະນິຍະພາບທີ່ເປັນເອກະລັກສະເພາະໃຫ້ແກ່ ກົນດາວ ເທົ່ານັ້ນຫາກບັນດາຕົ້ນຫູກວາງຍັງໄດ້ລົງເລິກເຂົ້າສູ່ຊີວິດປະຈໍາວັນຂອງປະຊາຊົນແຫ່ງນີ້ອີກດ້ວຍ; ໃນບັນດາຮ້ານຂາຍເຄື່ອງທີ່ລະນຶກຢູ່ເທດສະບານເມືອງກົນດາວ, ແຂກທ່ອງທ່ຽວອາດຈະເຫັນຮູບພາບ ຕົ້ນຫູກວາງ ເປັນຈໍານວນຫຼາຍຖືກຄວັດຢູ່ໃນເຄື່ອງສິລະປະກໍາ, ຮູບແຕ້ມ,  ບັນດາຜະລິດຕະະພັນສິລະປະກໍາ. ພິເສດແມ່ນບັນດາແກ່ນໝາກຫູກວາງ, ເປັນຊະນິດແກ່ນທີ່ບໍ່ມີປະໂຫຍດຢູ່ເຂດດິນຕໍ່ແຜ່ນແຕ່ວ່າຢູ່ ກົນດາວ ນີ້ໄດ້ຍົກລະດັບໃຫ້ເປັນອາຫານທີ່ເປັນເອກະລັກສະເພາະຂອງ ກົນດາວ. ບັນດາແກ່ນໝາກ ຫູກວາງ ມີຮູບຮ່າງບາງ ແລະຍາວ, ມີສີປີກແມງສາບເອົາມາເອືອບໃສ່ກັບເຄື່ອງປຸງ ແລະຂົ້ວໃຫ້ແຫ້ງດ້ວຍວີທີຢ່າງລະອຽດອັນໄດ້ເຮັດໃຫ້ແຂກໄດ້ຊີມເທື່ອໜຶ່ງແລ້ວຈະຄິດຮອດລົດຊາດຂອງມັນຢູ່ຕະຫຼອດ. ປີ 2012, ຕົ້ນຫູກວາງ ແລະຕົ້ນໝາກຈັນ, ຕົ້ນກາເລົາອາຍຸຫຼາຍປີຢູ່ເທດສະບານເມືອງ ກົນດາວ ເກືອບ 100 ຕົ້ນໄດ້ເຊີດຊູເປັນຕົ້ນໄມ້ມໍລະດົກຂອງປະເທດ ຫວຽດນາມ.

ເມື່ອມາຢ້ຽມຢາມກົນດາວ, ໄປຢູ່ຮົ່ມກ້ອງຕົ້ນ ຫູກວາງ ຈະເຫັນລະດູບານໃໝ່ໃນປະຈຸບັນມີຄຸນຄ່າລາຄາ, ສວຍສົດງົດງາມຫຼາຍກວ່າ.

ແປໂດຍ: ເກື່ອງດັ້ງ