leftcenterrightdel
ພິທີປະກາດ ເບຍໄຊງ່ອນ ເປັນນັກອຸປະຖໍາຫຼັກທີ 3 ຂອງຊີເກມ ຄັ້ງທີ 31. ພາບ: ເຢືອງຈ່ຽວ.

ຕາມນັ້ນແລ້ວ, ເບຍໄຊງ່ອນ ເປັນຜູ້ອຸປະຖໍາຫຼັກທີ 3 ຂອງຊີເກມ ຄັ້ງທີ 31, ຖັດຈາກເຄື່ອງໝາຍການຄ້າ Jogarbola ແລະເບຍຫວຽດ. ເບຍໄຊງ່ອນ ຈະຮ່ວມເດີນທາງ, ໜູນຊ່ວຍຄະນະນັກກິລາຫວຽດນາມ ແລະບັນດາການເຄື່ອນໄຫວຕ່າງໆໃນຂອບເຂດງານມະຫາກໍາກິລາຊີເກມ. ກ່ອນໜ້ານັ້ນ,  ເບຍໄຊງ່ອນ ໄດ້ກາຍເປັນຜູ້ມີສິດຜູກຂາດໃນການອຸປະຖໍາໃຫ້ແກ່ທີມຊາດຫວຽດນາມ ໃນການແຂ່ງຂັນຢູ່ພາຍໃນ ແລະຕ່າງປະເທດ ນັບຕັ້ງແຕ່ເດືອນມິຖຸນາ ປີ 2021 ເຖິງເດືອນມິຖຸນາ ປີ 2022.

ໂດຍ: ໄຊຊະນະ