ການເຄື່ອນໄຫວຕອບສະໜອງວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ (21 ເມສາ)
ເຫດການ ໂດຍສຳນັກພິມຈຳໜ່າຍແມ່ຍິງ ຫວຽດນາມ ແລະ 13 ຫົວໜ່ວຍຢູ່ຖະໜົນປ້ຶມຮ່າໂນ້ຍ ຈັດຂຶ້ນແຕ່ວັນທີ 21 – 27 ເມສາ, ດ້ວຍບັນດາການເຄື່ອນໄຫວ, ຄື: ງານວາງສະແດງ, ແນະນຳ, ໂຄສະນາບັນດາຜະລິດຕະພັນປຶ້ມ, ໜັງສືພິມ, ບັນດາການເຄື່ອນໄຫວໂອ້ລົມສົນທະນາ...
    |
 |
|
ພວກນ້ອງໆ ຢູ່ນະຄອນຫຼວງ ມີຄວາມກະຕືລືລົ້ນໃນການຊອກຮູ້ປຶ້ມມ່ວນເຫຼັ້ມຕ່າງໆຢູ່ຖະໜົນປຶ້ມຮ່າໂນ້ຍ. ພາບ: VOV |
ໂດຍຕອບສະໜອງວັນປຶ້ມ ແລະວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 5 (16 - 24 ເມສາ), ຕອນເຊົ້າວັນທີ 21 ເມສາ, ຢູ່ຖະໜົນປຶ້ມຮ່າໂນ້ຍ ໄດ້ໄຂຂຶ້ນວັນບຸນປຶ້ມ ແລະ ວັດທະນະທຳການອ່ານນະຄອນ ຮ່າໂນ້ຍ 2026. ເຫດການ ໂດຍ ສຳນັກພິມຈຳໜ່າຍແມ່ຍິງ ຫວຽດນາມ ແລະ 13 ຫົວໜ່ວຍຢູ່ຖະໜົນປ້ຶມຮ່າໂນ້ຍ ຈັດຂຶ້ນແຕ່ວັນທີ 21 - 27 ເມສາ, ດ້ວຍບັນດາການເຄື່ອນໄຫວ, ຄື: ງານວາງສະແດງ, ແນະນຳ, ໂຄສະນາບັນດາຜະລິດຕະພັນປຶ້ມ, ໜັງສືພິມ, ບັນດາການເຄື່ອນໄຫວໂອ້ລົມສົນທະນາ, ພົບປະແລກປ່ຽນບັນດາຫົວຂໍ້ຕ່າງໆ…
ຢູ່ນະຄອນເຫ້ວ, ຕອນເຊົ້າ, ຫໍສະໝຸດສັງລວມນະຄອນ ເຫ້ວ, ພະແນກວັດທະນະທຳ ແລະກິລາ ນະຄອນເຫ້ວ ໄຂວັນປຶ້ມ ແລະວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 5. ດ້ວຍຫົວຂໍ້ “ປຶ້ມ - ພຸມປັນຍາ - ແງ່ຫວັງພັດທະນາປະເທດຊາດ”, ເຫດການໄດ້ປຸກລະດົມການເສັງທູດວັດທະນະທຳການອ່ານ ປີ 2026 ແລະການເສັງໄດ້ອອກແບບຕາມຮູບແບບວາງສະແດງວັດຖຸພັນດ້ວຍຫົວຂໍ້ “ປຶ້ມກັບມໍລະດົກເຫ້ວ”.
ວັນບຸນປຶ້ມ ແລະວິທະຍາສາດເຕັກໂນໂລຢີ 2026 ຢູ່ແຂວງ ເຊີນລາໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21 ເມສາ ຢູ່ສະໜາມຫຼວງ ໄຕບັກ, ຕາແສງ ໂຕຫ້ຽວ, ແຂວງເຊີນລາ. ທ່ານ ຫງວຽນດິ່ງຫວຽດ, ປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ໃຫ້ຮູ້ວ່າ:
ທາງແຂວງ ໄດ້ຍູ້ແຮງການຫັນເປັນດີຈີຕອນໃນການຄຸ້ມຄອງ, ບໍລິຫານເທື່ອລະກ້າວ; ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີໃນການຜະລິດ ແລະຊີວິດປະຈຳວັນ, ໜູນຊ່ວຍບັນດາການເຄື່ອນໄຫວນະວັດຕະກຳ, Startup, ພ້ອມທັງຍົກສູງຄວາມສາມາດໃນການສຳຜັດກັບຂໍ້ມູນຂອງປະຊາຊົນ. ວັນບຸນແມ່ນສິ່ງພິສູດຢ່າງລະອຽດໃຫ້ແກ່ການເຊື່ອມຕໍ່ລະຫວ່າງພູມປັນຍາແບບເກົ່າ ແລະ ພູມປັນຍາທັນສະໄໝ, ລະຫວ່າງວັດທະນະທຳ ແລະ ເຕັກໂນໂລຢີດີຈີຕອນ, ລະຫວ່າງການຮຽນ ກັບການພັດທະນາໃນຕົວຈິງ.
ໂດຍ: ວິທະຍຸກະຈາຍສຽງ