ວັນວັດທະນະທຳຊົນເຜົ່າຫວຽດນາມ - ເສີມຂະຫຍາຍຄຸນຄ່າມູນເຊື້ອ
ກປ.ອອນໄລ - ວັນວັດທະນະທໍາຊົນເຜົ່າຫວຽດນາມ (ວັນທີ 19 ເມສາ) ບໍ່ພຽງແຕ່ເຊີດຊູເທົ່ານັ້ນ ຫາກຍັງຕິດພັນ, ປັບປຸງກໍາລັງແຮງກຸ່ມກ້ອນມະຫາສາມັກຄີ, ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳມູນເຊື້ອຂອງ 54 ຊົນເຜົ່າ ອີກດ້ວຍ.
ເນື່ອງໃນໂອກາດນີ້, ບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະ ໄດ້ຈັດຂຶ້ນໃນທົ່ວປະເທດ. ທີ່ໝູ່ບ້ານວັດທະນະທຳ ແລະທ່ອງທ່ຽວບັນດາເຜົ່າຫວຽດນາມ (ຢູ່ຕາແສງ ດວ່າຍເຟືອງ, ນະຄອນຮ່າໂນ້ຍ), ນາຍຊ່າງ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ທີ່ມີອິດທິພົນຊື່ສຽງ, ພໍ່ແມ່ປະຊາຊົນຂອງ 54 ຊົນເຜົ່າຫຼາຍກວ່າ 300 ຄົນ ໄດ້ເຂົ້າຮ່ວມບັນດາກິດຈະກຳ, ວາດພາບຈຸດຄວາມງາມດ້ານວັດທະນະທຳໃນຊີວິດປະຈຳວັນ, ຮີດຄອງປະເພນີ, ພິທີກໍາ, ໂສ້ງເສື້ອ, ອາຫານການກິນ, ການລະຫຼິ້ນພື້ນເມືອງ...
ໃນວັນດຽວກັນ, ທີ່ແຂວງເຫງະອານ, ວົງຄະນະຍາດຊົນເຜົ່າໃນ 4 ບ້ານຢູ່ເຂດຊາຍແດນກາວເວ່ຍ ຂອງຕາແສງແອງເຊີນ ໄດ້ຈັດຕັ້ງວັນວັດທະນະທຳຊົນເຜົ່າຫວຽດນາມປີ 2026. ນີ້ແມ່ນເຫດການທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງວົງຄະນະຍາດຊາວເຜົ່າໄທ ຢູ່ເຂດຊາຍແດນ.
ຢູ່ແຂວງແຄງຮວ່າ, ວັນວັດທະນະທຳຊົນເຜົ່າຫວຽດນາມ ໄດ້ດໍາເນີນດ້ວຍການເຄື່ອນໄຫວວັດທະນະທຳ, ກິລາຫຼາຍຢ່າງ, ປະກອບສ່ວນສ້າງສະໜາມລະຫຼີ້ນເພື່ອພົບປະແລກປ່ຽນ, ສະແດງໃຫ້ເຫັນຄວາມສາມາດ, ຄວາມເອກອ້າງທະນົງໃຈຂອງປະຊາຊົນບັນດາຊົນເຜົ່າ; ພ້ອມທັງແຜ່ຂະຫຍາຍຄຸນຄ່າວັດທະນະທຳທີ່ດີງາມ, ຍົກສູງສະຕິຮັກສາ, ເສີມຂະຫຍາຍມໍລະດົກໃນສະໄໝເຊື່ອມໂຍງ ແລະພັດທະນາ.
ໂດຍ: ຈາງຫງວຽນ