leftcenterrightdel
ທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ ແລະຂົນ​ຂວ​າຍ​ປະ​ຊາ​ຊົນ​ສູນ​ກາງ ກ່າວຄໍາເຫັນທີ່ເຫດການ. ພາບ: baoquangninh.vn

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ ຈິ້ງວັນ​ກວຽດ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ ແລະຂົນ​ຂວ​າຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ຕີ​ລາ​ຄາ​ສ​ູງ​ຫົວ​ຂໍ້​ຂອງ​ງານ​ມະ​ໂຫລານ​ຄັ້ງ​ນີ້ ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຂະ​ແໜງ​ກະ​ຈາຍ​ສຽງຫວຽດ​ນາມ ຕໍ່​ພາ​ລະ​ກິດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ສືບ​ຕໍ່​ຢືນ​ຢັນ ແລະຮັກ​ສາ​ບົດ​ບາດ​ການ​ກະ​ຈາຍ​ສຽງ​ແມ່ນ​ສຽ​ງ​ເວົ້າ​ທາງ​ການ​ຂອງ​ພັກ, ລັດ ແລະປະ​ຊາ​ຊົນ. ການ​ກະ​ຈາຍ​ສຽງ​ບໍ່​ພຽງ​ແຕ່ໃຫ້​ຂ່າວ​ເທົ່າ​ນັ້ນ ຫາກ​ຕ້ອງ​ພາທາງ, ຈາກ​ສະ​ຕິ​ຄວາມ​ຮັບ​ຮູ້​ຕ້ອງ​ປຸກ​ລຸກ​ຄວາມ​ຄ​າດ​ຫວັງ​ພັດ​ທະ​ນາ, ແຜ່​ກະ​ຈາຍ​ຄຸນ​ຄ່າ​ອັນ​ດີ​ງາມ, ລະ​ດົມ​ນ້ຳ​ໃຈ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ກ້​າ​ຄິດ​ກ້າ​ທ​ຳ ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ເທດ​ຊາດ, ຂອງ​ຊົນຊາດ.

ແຫຼ່ງຄັດຈາກ: vovworld.vn