leftcenterrightdel
ຄວາມດີໃຈຂອງນັກມວຍ ເຟືອງກີ່ງ ເມື່ອໄດ້ຮັບຫຼຽນທອງ. ພາບ: ກຸ໊ຍເລື້ອງ

ໃນຮອບຮອງຊະນະເລີດທີ່ການແຂ່ງຂັນໃນຕອນບ່າຍວັນດຽວກັນ,  ນັກມວຍ ເຟືອງກີ່ງ ເສຍໃຫ້ນັກມວຍ Zahra Bagheri (ປະເທດອີຣານ) ດ້ວຍຄະແນນ 0-3, ຈຶ່ງໄດ້ຮັບຫຼຽນທອງ. ນີ້ແມ່ນຫຼຽນໄຊອັນດຽວຂອງທີມ Kurash ຫວຽດນາມ ໃນງານມະຫາກຳກິລາອາຊີປີນີ້.

ຄິດໄລ່ຮອດເວລາ 21 ໂມງ 30 ນາທີຂອງວັນທີ 2 ຕຸລາ, ຄະນະກິລາຫວຽດນາມ ຢືນອັນດັບທີ 18 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄໍາ 1 ຫຼຽນ, ຫຼຽນເງິນ 3 ຫຼຽນ ແລະຫຼຽນທອງ 13 ຫຼຽນ. ປະເທດເຈົ້າພາບຈີນ ຢືນອັນດັບທີ 1 ດ້ວຍຫຼຽນຄໍາ  146 ຫຼຽນ, ຫຼຽນເງິນ 81 ຫຼຽນ ແລະຫຼຽນທອງ 42 ຫຼຽນ.

ໂດຍ: ທູຈາງ