ໄຂງານມະຫາກຳກິລາຫຸ່ນຍົນມະນຸດໂລກ 2025
ງານມະຫາກຳກິລາຫຸ່ນຍົນມະນຸດໂລກຄັ້ງປະຖົມມະເລີກໄດ້ໄຂຂຶ້ນຢ່າງເປັນທາງການເມື່ອຕອນຄໍ່າວັນທີ 14 ສິງຫາ ຢູ່ນະຄອນຫຼວງປັກກິ່ງ, ປະເທດຈີນ.
    |
 |
ໄຂງານມະຫາກຳກິລາຫຸ່ນຍົນມະນຸດໂລກ 2025. ພາບ: THX |
ພາຍຫຼັງພິທີເປີດເຄື່ອງອຸປະກອນຈິດໃຈອັດສະລິຍະແທນໃຫ້ທັວນໄຟແມ່ນການສະແດງແຕະບານ, ມວຍ, ແລ່ນ 100 ແມັດ, ຫັດກາຍ… ຂອງຫຸ່ນຍົນມະນຸດ.
ມີ 280 ທີມທີ່ມາຈາກ 16 ປະເທດໄດ້ເຂົ້າຮ່ວມງານມະຫາກຳກິລາຫຸ່ນນຍົນມະນຸດໂລກ, ຄື: ຈີນ, ໄທ, ສິງກະໂປ, ອິນໂດເນເຊຍ, ຍີ່ປຸ່ນ, ໂຮນລັງ….ໃນເວລາແຕ່ນີ້ຮອດວັນທີ 17 ສິງຫາ, ມີຫຸ່ນຍົນມະນຸດກວ່າ 500 ໂຕຂອງ 127 ເຄື່ອງໝາຍການຄ້າຈະເຂົ້າຮ່ວມການແຂ່ງຂັນໃນ 26 ເນື້ອໃນ, ຄື: ແລ່ນ, ໂດດສູງ, ຕີມວຍເສລີ, ພິເສດແມ່ນຫຸ່ນຍົນມະນຸດຈະເຕະບານ 3/3 ແລະ 5/5 ແບບອັດຕະໂນມັດ.
ບັນດາການເຄື່ອນໄຫວນີ້ກໍ່ໄດ້ຂາຍປີ້ຄືກັນກັບການແຂ່ງຂັນກິລາຂອງມະນຸດດ້ວຍລາຄາແຕ່ 18-80 ໂດລາສະຫະລັດ ຕາມແຕ່ລະນັດແຂ່ງຂັນ.
ແຫຼ່ງຄັດຈາກ: vovworld.vn