leftcenterrightdel
ນັກກິລາກຸ່ມຊາຍ ໂຮງຮຽນມັດທະຍົມຕອນຕົ້ນເຂົ້າຮ່ວມການແຂ່ງຂັນ. ພາບ: ຕວ໊ຽດມິງ

ຈາກນັກກິລາ 350.000 ຄົນທີ່ເຂົ້າຮ່ວມການແຂ່ງຂັນແລ່ນກວດກາຂັ້ນຮາກຖານ, ຄະນະຈັດຕັ້ງໄດ້ຄັດເລືອກນັກກິລາກວ່າ 3.000 ຄົນເຂົ້າຮ່ວມການແຂ່ງຂັນຮອບຊີງຊະນະເລີດຂັ້ນນະຄອນ. ທີ່ເຫດການ, ຜູ້ຕາງໜ້າຄະນະຈັດຕັ້ງ ແລະຜູ້ແທນໄດ້ເຊັນໃນທຸງສັນຕິພາບ, ສະແດງຄວາມຄາດຫວັງໃຫ້ປະຊາຊົນທົ່ວໂລກໄດ້ດຳລົງຊີວິດຢູ່ໃນສັນຕິພາບ, ຄວາມຜາສຸກ, ອີ່ມໜຳສຳລານ.

ບັນດານັກກິລາຈະແຂ່ງຂັນຕາມຂະບວນການ ແລະຍົກສູງ, ມີ 4 ໄລຍະທາງຄື: 1.750 ແມັດ, 3.500 ແມັດ, 5.250 ແມັດ ແລະ 8.750 ແມັດ. ຜົນການແຂ່ງຂັນປະກົດວ່າ, ຫງວຽນຫວູທຸ່ຍຢຸງ (ແທັກເທິ໊ດ) ຍາດໄດ້ອັນດັບທີ 1 ໃນໄລຍະທາງ 1.750 ແມັດຍິງໂຮງຮຽນມັດທະຍົມຕອນຕົ້ນ; Sugihara Kei (ສະຖານທູດຍີ່ປຸ່ນ) ໄດ້ອັນດັບທີ 1 ໃນໄລຍະທາງ 3.500 ແມັດຊາຍຄົນຕ່າງປະເທດ; ຮວ່າງຫວຽດວີ໋ລີ (ມະຫາວິທະຍາໄລສ້າງຄູກິລາ-ກາຍະກໍາ ຮ່າໂນ້ຍ) ຄວ້າແຊ໋ມໄລຍະແລ່ນ 8.750 ແມັດ ກຸ່ມຊາຍຍົກສູງການເປີດກວ້າງ...

ໂດຍ: ເຈິ່ນຮວ່ຽນ