ໃນລະຫວ່າງວັນທີ 19-20 ສິງຫາ, ຢູ່ມະຫາວິທະຍາໄລ Sun Moon, ແຂວງ Chungcheongnam ສ.ເກົາຫຼີ, ສະມາຄົມນັກສຶກສາຫວຽດນາມ (VSAK) ໄດ້ຈັດຕັ້ງງານມະຫາກໍາກິລານັກຮຽນຫວຽດນາມ ຄັ້ງທີ 13 ຢູ່ ສ.ເກົາຫຼີ.

leftcenterrightdel
ງານມະຫາກໍາກິລານັກສຶກສາຫວຽດນາມ ຄັ້ງທີ 13 ຢູ່ ສ.ເກົາຫຼີ. ພາບ: vov.vn

ດ້ວຍການເຂົ້າຮ່ວມຂອງນັກສຶກສາ, ອະດີດນັກສຶກສາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ເກືອບ 1.000 ຄົນ, ງານມະຫາກໍາກິລາແມ່ນກາລະໂອກາດເພື່ອໃຫ້ບັນດານັກສຶກສາຫວຽດນາມ ໄດ້ພົບປະແລກປ່ຽນ, ບັນເທີງ, ຝຶກແອບກິລາ. ເຫດການປີນີ້ລວມມີ 7 ປະເພດກິລາຕົ້ນຕໍ, ຄື: ກິລາບານເຕະຊາຍ, ບານເຕະຍິງ, ຕີດອກປີກໄກ່, ໝາກຣຸກສາກົນ, ໝາກຣຸກຈີນ, ດຶງເຊືອກ...

ກ່າວຄຳເຫັນທີ່ງານມະຫາກໍາກິລາ, ທ່ານ ຫງວຽນຫວຽດແອັງ ອັກຄະລັດຖະທູດ ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຮູ້ວ່າ: “ງານມະຫາກໍາກິລາແມ່ນເຫດການປະຈຳປີໃຫຍ່ທີ່ສຸດ ແລະເປັນໜ້າຄອຍຖ້າທີ່ສຸດ ຂອງນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ ສ.ເກົາຫຼີ. ງານມະຫາກໍາກິລາແມ່ນເຫດການທີ່ມີຄວາມໝາຍ ແລະແມ່ນງານບຸນໃຫ້ນັກສຶກສາຫວຽດນາມທຸກຄົນ. ງານມະໂຫລານກິລາຄັ້ງນີ້ ສ້າງໂອກາດເພື່ອໃຫ້ນັກສຶກສາຫວຽດນາມ ເຊື່ອມໂຍງ, ພົບປະແລກປ່ຽນ, ຝຶກຝົນຫຼໍ່ຫຼອມຍົກສູງສຸຂະພາບ”.

ໂດຍ: ເຈິ່ນຮວ່ຽນ