leftcenterrightdel
ຄູຝຶກ Philippe Troussier ຂອງທີມຊາດບານເຕະຫວຽດນາມ. ພາບ: TTXVN

ວັນທີ 27 ກຸມພາ, ຄູຝຶກ Philippe Troussier ຂອງທີມຊາດບານເຕະຫວຽດນາມ ໄດ້ປະກາດບັນຊີລາຍຊື່ນັກກິລາບານເຕະ 41 ຄົນຂອງທີມຊາດ U23 ຫວຽດນາມ ເຕົ້າໂຮມຄັ້ງທີ 1 ເພື່ອກະກຽມໃຫ້ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA GAMES) 32 ເຊິ່ງ ຈະຈັດຂຶ້ນໃນເດືອນ ພຶດສະພາ, ຢູ່ ກຳປູເຈຍ. ວັນທີ 01 ມີນາ ຈະມາເຖິງ, ທີມຊາດບານເຕະ U23 ຫວຽດນາມ ຈະໄດ້ເຕົ້າໂຮມຄັ້ງທຳອິດ ເພື່ອກະກຽມໃຫ້ໜ້າທີ່ໃນປີນີ້.

ຕາມແຜນການ, ວິວັດການຝຶກຊ້ອມຂອງ U23 ຫວຽດນາມ ໃນເດືອນ ມີນາ ຈະມາເຖິງ ຈະໄດ້ແບ່ງເປັນ 4 ໄລຍະ ແລະຈຳນວນນັກກິລາຈະຄ່ອຍຖອດອອກ. ຄູຝຶກ Philippe Troussier ຢືນຢັນວ່າ: “SEA GAMES ແມ່ນງານແຂ່ງຂັນນອນໃນຂັ້ນຕອນມຸ່ງໄປເຖິງເປົ້າໝາຍ World Cup 2026. ເປົ້າໝາຍຢູ່ SEA GAMES ຂອງ U23 ຫວຽດນາມ ແມ່ນຄວ້າໄດ້ຫຼຽນຄຳ”.

ແຫຼ່ງຄັດຈາກ: vovworld.vn