leftcenterrightdel
ຄະນະຈັດຕັ້ງແຈ້ງໃຫ້ຊາບກ່ຽວກັບການແຂ່ງຂັນ. ພາບ: vietnamnet.vn

ຕາມນັ້ນແລ້ວ, ການແຂ່ງຂັນຈະຈັດຕັ້ງໃນວັນທີ 15 ມັງກອນ ຢູ່ສະໜາມແຂ່ງ F1 (ຮ່າໂນ້ຍ). ການແຂ່ງຂັນລວມມີນັກກິລາ 40 ຄົນທີ່ແຂ່ງຂັນຢູ່ສອງລາຍການ: ລາຍການທີ 1 ລວມມີນັກກິລາ 20 ຄົນທີ່ມີໃບຢັ້ງຢືນທີ່ອົງການສະມາຊິກຂອງສະຫະພັນລົດໂອໂຕສາກົນ ປະຈໍາ ຫວຽດນາມ ອອກໃຫ້; ລາຍການທີ 2 ລວມມີນັກກິລາ 20 ຄົນທີ່ມາຈາກບັນດາສະໂມສອນແຂ່ງລົດໃນທົ່ວປະເທດ. Motorkhana ແມ່ນຮູບການແຂ່ງຂັນລົດກິລາ, ໃນນັ້ນບັນດານັກກິລາຕ້ອງສະແດງຄວາມສາມາດຂັບລົດຂ້າມສິ່ງກີດຂວາງດ້ວຍຄວາມສາມາດຈື່ເສັ້ນທາງ, ກໍານົດທິດໃນເວລາໜ້ອຍຢ່າງຄ່ອງແຄ່ວ.

ໂດຍ: ຈາງຫງວຽນ