leftcenterrightdel
ພິທີໄຂງານມະຫາກໍາກິລາທົ່ວປະເທດ 2018. ພາບ: ເງິນຮ່າ.

ຕາມແຜນຮ່າງຈັດງານມະຫາກໍາກິລາທົ່ວປະເທດ ຄັ້ງທີ 9 ປີ 2022, ແຂວງກວ໋າງນິງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດງານມະຫາກໍາກິລາ ໂດຍບໍ່ຕ້ອງໄດ້ລົງທຶນກໍ່ສ້າງສະຖານທີ່ແຂ່ງຂັນໃໝ່. ຄຽງຂ້າງກັນນັ້ນ, ແຂວງກວ໋າງນິງ ກໍ່ມີພື້ນຖານດ້ານວັດຖຸອຸປະກອນຮັບໃຊ້ຄວາມຕ້ອງການໃນການກິນຢູ່, ພັກເຊົາ, ໄປມາຢ່າງຄົບຖ້ວນຂອງຄະນະທີ່ມາເຂົ້າຮ່ວມງານມະຫາກໍາກິລາ. ປະຈຸບັນ ພາກສ່ວນສະເພາະກິດຂອງກົມໃຫຍ່ກິລາກາຍຍະກໍາ ກໍາລັງກວດກາເພື່ອປະກາດກົດລະບຽບໃຫ້ງານມະຫາກໍາກິລາ ໃຫ້ທັນການ.

ໂດຍ: ເກື່ອງດັ້ງ