ເປີດກວ້າງການຮ່ວມມືກັບບັນດາຮາກຖານການສຶກສາແຖວໜ້າຢູ່ພາກເໜືອລາວ
ກປ.ອອນໄລ - ສືບຕໍ່ບັນດາການເຄື່ອນໄຫວຮ່ວມມືສາກົນຢູ່ລາວ, ທ້າຍອາທິດຜ່ານມາ, ຄະນະປະຕິບັດງານມະຫາວິທະຍາໄລການເງິນ-ທະນາຄານຮ່າໂນ້ຍ (FBU) ໄດ້ມີການເຮັດວຽກກັບມະຫາວິທະຍາໄລ ສຸພານຸວົງ ແລະວິທະຍາໄລການເງິນພາກເໜືອລາວ - ສອງຮາກຖານການສຶກສາທີ່ມີອິດທິພົນຊື່ສຽງຢູ່ພາກເໜືອລາວ.
ເຫດການບໍ່ພຽງແຕ່ຢັ້ງຢືນຖານະບົດບາດນັບມື້ນັບໝັ້ນແກ່ນຂອງ FBU ໃນແຜນທີ່ການສຶກສາຢູ່ພາກພື້ນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງໃນການສ້າງລະບົບນິເວດການສຶກສາທີ່ມີຄຸນນະພາບສູງ, ເປີດກວ້າງທຶນການສຶກສາ ແລະພັດທະນາຫຼັກສູດການສຶກສາເຊື່ອມຕໍ່ທີ່ສະຫງວນໃຫ້ແກ່ນັກສຶກສາສາກົນ, ພິເສດແມ່ນນັກສຶກສາລາວ.
    |
 |
ຄະນະປະຕິບັດງານມະຫາວິທະຍາໄລການເງິນ-ທະນາຄານຮ່າໂນ້ຍ ເຮັດວຽກກັບມະຫາວິທະຍາໄລ ສຸພານຸວົງ. ພາບ: ມິງກວາງ |
ທີ່ການເຮັດວຽກ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຈັດຕັ້ງປະຕິບັດຫຼາຍເນື້ອໃນຮ່ວມມືຍຸດທະສາດ, ລວມມີ: ມອບທຶນການສຶກສາໃຫ້ແກ່ນັກສຶກສາ, ນັກສຳມະນາກອນຮຽນລະດັບປະລິນຍາໂທ, ປະລິນຍາເອກ ແລະພະນັກງານ, ຄູອາຈານລາວ ຮຽນຢູ່ FBU; ແລກປ່ຽນຄູອາຈານ - ນັກສຶກສາ, ຈັດຕັ້ງບັນດາຊຸດຮຽນລະດັບປະລິນຍາຕີ ແລະເໜືອມະຫາວິທະຍາໄລ ຕັ້ງຢູ່ລາວ.
ພ້ອມທັງສອງຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ການຄົ້ນຄວ້າຮ່ວມ, ຈັດຕັ້ງກອງປະຊຸມສຳມະນາສາກົນ, ໜູນຊ່ວຍການບຳລຸງສ້າງດ້ານວິຊາການ ແລະຖ່າຍທອດເຕັກໂນໂລຢີການສຶກສາທັນສະໄໝ. ເພີ່ມທະວີການບຳລຸງສ້າງພາສາຫວຽດນາມ ແລະທັກສະເຊື່ອມຕົວໃຫ້ແກ່ນັກສຶກສາລາວ ກ່ອນເມື່ອເຂົ້າຮຽນຢູ່ຫວຽດນາມ.
ທີ່ການເຮັດວຽກ: ທ່ານ ຮສຈ.ປອ ວົງປະສິດ ຈັນທະຄູນ ຮອງອະທິການບໍດີມະຫາວິທະຍາໄລ ສຸພານຸວົງ ເນັ້ນໜັກວ່າ: "ພວກຂ້າພະເຈົ້າ ຕີລາຄາສູງຄວາມສາມາດຮ່ວມມືກັບ FBU - ມະຫາວິທະຍາໄລແຫ່ງໜຶ່ງທັນສະໄໝ ແລະຮອບດ້ານ. ການຮ່ວມມືນີ້ຈະເປີດກາລະໂອກາດທີ່ມີລ້ຳຄ່າໃຫ້ແກ່ນັກສຶກສາ ແລະຄູອາຈານຂອງພວກຂ້າພະເຈົ້າພັດທະນາຮອບດ້ານ".
ໂດຍ: ແສງເດືອນ