ຮ່າໂນ້ຍ - ວຽງຈັນ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການສຶກສາ
ກປ.ອອນໄລ - ວັນທີ 29 ກັນຍາ, ພະແນກສຶກສາ ແລະກໍ່ສ້າງນະຄອນຫຼວງຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພະແນກສຶກສາທິການ ແລະກິລານະຄອນຫຼວງວຽງຈັນ ມາຢ້ຽມຢາມ ແລະເຮັດວຽກ, ໃນນັ້ນມີເນື້ອໃນສືບຕໍ່ຍູ້ແຮງ, ເພີ່ມທະວີການຮ່ວມມືດ້ານການສຶກສາ.
ເມື່ອຫວນຄືນສາຍພົວພັນອັນສະໜິດສະໜົມລະຫວ່າງສອງປະເທດ ແລະສອງນະຄອນຫຼວງ, ໃນນັ້ນມີຂະແໜງສຶກສາ, ສະຫາຍ ເຈິ່ນເທ໊ເກືອງ ຫົວໜ້າພະແນກສຶກສາ ແລະກໍ່ສ້າງນະຄອນຫຼວງຮ່າໂນ້ຍ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງສຶກສາຂອງສອງນະຄອນຫຼວງ ໄດ້ຜັນຂະຫຍາຍຫຼາຍກິດຈະການເຄື່ອນໄຫວຮ່ວມມື, ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະກັນ.
    |
 |
ຜູ້ຕາງໜ້າຂະແໜງ ສຶກສາ ແລະກໍ່ສ້າງນະຄອນຫຼວງຮ່າໂນ້ຍ ມອບຂອງທີ່ລະນຶກໃຫ້ຄະນະຜູ້ແທນຂະແໜງສຶກສາ ແລະ ກິລາ ນະຄອນຫຼວງວຽງຈັນ. ພາບ: kinhtedothi.vn |
ນັບແຕ່ປີ 1980 ມາຮອດປະຈຸບັນ, ມີນັກຮຽນລາວ ປະມານ 2,7 ພັນຄົນມາຮໍ່າຮຽນ ແລະບຳລຸງສ້າງຢູ່ຫວຽດນາມ. ບາງໂຮງຮຽນຢູ່ນະຄອນຮ່າໂນ້ຍ ເປັນຕົ້ນແມ່ນໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນຢູ, ໂຮງຮຽນມັດທະຍົມຕອນປາຍກິມລຽນ... ກໍ່ໄດ້ລົງນາມໃນບົດບັດທຶກການຮ່ວມມືກັບບັນດາໂຮງຮຽນຂອງປະເທດເພື່ອນລາວ.
ທີ່ການເຮັດວຽກ, ສະຫາຍ ສົມພອນ ສອນດາລາ, ຫົວໜ້າພະແນກສຶກສາທິການ ແລະກິລານະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈມາຍັງນະຄອນ ແລະຂະແໜງສຶກສານະຄອນຫຼວງຮ່າໂນ້ຍ ທີ່ໄດ້ໃຫ້ການຊ່ວຍເຫຼືອລາວ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນໄລຍະຜ່ານມາ; ພ້ອມກັນນັ້ນ, ຫວັງວ່າສອງຝ່າຍຈະສືບຕໍ່ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍກັນໃນຂົງເຂດການສຶກສາ ແລະບຳລຸງສ້າງ.
    |
 |
ຄະນະຜູ້ແທນຂະແໜງສຶກສາ ແລະກິລານະຄອນຫຼວງວຽງຈັນ ຢ້ຽມຢາມຫ້ອງຮຽນຂອງໂຮງຮຽນມັດທະຍົມຕອນຕົ້ນ ເກົ່າເຢີ໊ຍ. ພາບ: kinhtedothi.vn |
ໃນຂອບເຂດການເຮັດວຽກ, ຄະນະຜູ້ແທນພະແນກສຶກສາທິການ ແລະກິລານະຄອນຫຼວງວຽງຈັນ ໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມຕອນຕົ້ນ ເກົ່າເຢີ໊ຍ ເພື່ອສຶກສາຮູບແບບ ແລະວິທີການສຶກສາຂອງໂຮງຮຽນ.
ໂດຍ: ທູຈາງ