ເຂົ້າຮ່ວມພິທີມອບທຶນການສຶກສາມີທ່ານ ດັ້ງງອັກຕຸ່ງ, ອະດີດກຳມະການສູນກາງພັກ, ອະດີດປະທານສະຫະພັນແຮງງານຫວຽດນາມ, ຮອງຫົວໜ້າສະໂມສອນ “ເພື່ອຮວ່າງຊາ - ເຈື່ອງຊາ ທີ່ຮັກແພງ”; ພັນເອກພິເສດ ດິງວັນຖັ໊ງ, ຮອງຜູ້ບັນຊາການທະຫານເຮືອເຂດ 2; ພັນເອກພິເສດ ເຈີ່ນແມງຈ໊ຽນ, ຮອງຫົວໜ້າການເມືອງທະຫານເຮືອເຂດ 2; ຜູ້ຕາງໜ້າບັນດາອົງການຂຶ້ນກັບກອງບັນຊາການທະຫານເຮືອເຂດ 2 ແລະຜູ້ແທນສະໂມສອນ “ເພື່ອຮວ່າງຊາ - ເຈື່ອງຊາທີ່ຮັກແພງ”.

leftcenterrightdel
ມອບທຶນການສຶກສາໃຫ້ນັກຮຽນ. ພາບ: qdnd.vn

ໂດຍໄດ້ຮັບອາລົມຈິດ, ຄວາມເອົາໃຈໃສ່, ການປຸກລະດົມກຳລັງໃຈຈາກກອງທຶນການສຶກສາ ຫວື່ອາຢິງ ແລະສະໂມສອນ “ເພື່ອຮວ່າງຊາ - ເຈື່ອງຊາທີ່ຮັກແພງ”, ທ່ານພັນເອກພິເສດ ດິງວັນຖັ໊ງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາສະຫາຍໃນຄະນະທີ່ໄດ້ຢ້ຽມຢາມ ແລະມອບທຶນການສຶກສາໃຫ້ນັກຮຽນ.

ທ່ານພັນເອກພິເສດ ດິງວັນຖັ໊ງ ຢືນຢັນວ່າ: ນີ້ກໍ່ແມ່ນການປຸກລະດົມກຳລັງໃຈ, ສົ່ງເສີມພວກຫຼານນັກຮຽນໃຫ້ນັບມື້ນັບມັກຮຽນ, ເປັນລູກຄຳຮູ້, ດູໝັ່ນ, ກະຕັນຍູຕໍ່ຄອບຄົວ; ຊ່ວຍເຫຼືອ ແລະບັນເທົາຄວາມຫຍຸ້ງຍາກໃຫ້ຄອບຄົວຂອງພະນັກງານ, ລັດຖະກອນ ທີ່ປະສົບກັບຄວາມຫຍຸ້ງຍາກໃນການເບິ່ງແຍງດູແລການສຶກສາໃຫ້ພວກຫຼານ.

ໃນຂອບເຂດຂອງລາຍການ, ຜູ້ຕາງໜ້າບໍລິສັດ Megahome ຈຳກັດ ໄດ້ມອບຂອງຂວັນ 40 ພູດ ລວມມູນຄ່າເກືອບ 50 ລ້ານດົ່ງໃຫ້ພະນັກງານ, ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ບັນດາຮ້ານເວນຍາມ DK1 ຂຶ້ນກັບທະຫານເຮືອເຂດ 2.

ໂດຍ: ໄຊນີດາ