ໄຂສົກຮຽນໃໝ່ 2023 – 2024
ຕອນເຊົ້າວັນທີ, ໂຮງຮຽນຕ່າງໆໃນທົ່ວປະເທດຫວຽດນາມ, ໄດ້ພ້ອມກັນດຳເນີນພິທີໄຂສົກຮຽນໃໝ່ 2023 – 2024. ມີນັກຮຽນ ຫວຽດນາມ ກ່ວາ 22 ລ້ານຄົນ ເຂົ້າຮ່ວມເຫດການທີ່ມີຄວາມໝາຍນີ້.
    |
 |
ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ໂອ້ລົມສົນທະນາກັບຄູສອນ ແລະນັກຮຽນ ໂຮງຮຽນກິນນອນຊົນເຜົ່າແຂວງຢາລາຍ. ພາບ: ສໍານັກຂ່າວສານຫວຽດນາມ |
ເຂົ້າຮ່ວມພິທີໄຂສົກຮຽນພ້ອມກັບນັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າ ແຂວງ ຢາລາຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງ ຄູສອນ ແລະ ນັກຮຽນລຸ້ນຕ່າງໆ ຂອງໂຮງຮຽນໄດ້ມີຄວາມສາມັກຄີກັນ, ຮ່ວມແຮງຮ່ວມໃຈ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສ້າງໂຮງຮຽນໃຫ້ກາຍເປັນສະພາບແວດລ້ອມແຫ່ງການສຶກສາທີ່ມີອິດທິພົນຊື່ສຽງ ແລະ ມີຄວາມໄວ້ເນື້ອເຊື່ອໃຈ. ທ່ານປະທານປະເທດ ເນັ້ນໜັກວ່າ:
ການປະຕິບັດໜ້າທີ່ສຶກສາບຳລຸງສ້າງໃຫ້ແກ່ລູກຫຼານພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍແມ່ນສ້າງພື້ນຖານອັນໝັ້ນແກ່ນ, ສ້າງເສັ້ນທາງດີທີ່ສຸດເພື່ອປະກອບສ່ວນເຂົ້າໃນການເບິ່ງແຍງດູແລພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ແມ່ນເສັ້ນທາງເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ພ້ອມທັງ, ສ້າງຖັນແຖວພະນັກງານຊົນເຜົ່າສ່ວນໜ້ອຍ ໃຫ້ແກ່ລະບົບການເມືອງ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມເຂດພູສູງ, ເຂດຫ່າງໄກສອກຫຼີກ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍ່ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ໂຮງຮຽນມິດຕະພາບ T78 (ເມືອງຟຸກເຖາະ, ຮ່າໂນ້ຍ), ເຊິ່ງແມ່ນໂຮງຮຽນສອນກຽມພາສາ ຫວຽດ ໃຫ້ແກ່ນັກສຶກສາລາວ ແລະ ຫຼັກສູດການສຶກສາລະດັບມັດທະຍົມຕອນປາຍໃຫ້ແກ່ນັກສຶກສາຊົນເຜົ່າສ່ວນໜ້ອຍ ຫວຽດນາມ.
ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ