ພາຍຫຼັງທີ່ຊ່ວຍເຫຼືອຄອບຄົວໄປເຮັດວຽກໄຮ່ການນາໃນຍາມພັກແລ້ງ, ໃນຊຸມວັນນີ້ນັກຮຽນບັນດາທ້ອງຖິ່ນເຂດພູດອຍ ພວມມີຄວາມກະຕື້ລືລົ້ນໃນມື້ໄຂສົກຮຽນໃໝ່, ທໍາຄວາມຮູ້ຈັກ, ສ້າງຄວາມລຶ້ງເຄີຍກັບໝູ່ເພື່ອນ, ຄູອາຈານ, ກຽມພ້ອມຕ້ອນຮັບສົກຮຽນໃໝ່.

ໄປຮັບນັກຮຽນຢູ່ເຮືອນມາໂຮງຮຽນ, ຊ່ວຍພວກນ້ອງຕັດຜົມ, ອາບນໍ້າໃຫ້ສະອາດ ເພື່ອກະກຽມໃຫ້ແກ່ວັນທົ່ວປວງຊົນສົ່ງເດັກນ້ອຍໄປໂຮງຮຽນ, ກະກຽມອຸປະກອນການຮຽນ, ເຄື່ອງຫຼິ້ນທີ່ເຮັດດ້ວຍວັດສະດຸທີ່ຜະລິດຄືນໃໝ່, ຝຶກຊ້ອມແອບຟ້ອນ ແລະຮ້ອງເພງ... ເອື້ອຍຄູ - ອ້າຍຄູຢູ່ເຂດພູສູງບໍ່ພຽງແຕ່ນໍາເອົາຄວາມຮູ້ມາໃຫ້ພວກນ້ອງນັກຮຽນ ເທົ່ານັ້ນ ຫາກຍັງເຮັດໄດ້ຫຼາຍວຽກ ເພື່ອສ້າງບັນຍາກາດທີ່ຟົດຟື້ນມ່ວນຊື່ນຕ້ອນຮັບສົກຮຽນໃໝ່ຕາມແບບວິທີພິເສດ.

leftcenterrightdel
ເອື້ອຍຄູ-ອ້າຍຄູໂຮງຮຽນປະຖົມ, ມັດທະຍົມຊົນເຜົ່າເຄິ່ງກິນນອນ ປາອູ, ເມືອງ ເມືອງແຕ່, ແຂວງລາຍເຈົາ ໄດ້ພາກັນຂ້າມຫ້ວຍເພື່ອໄປຮັບພວກນ້ອງນັກຮຽນກັບຄືນໂຮງຮຽນ. ພາບ: qdnd.vn
leftcenterrightdel
ອ້າຍຄູ ໄດ້ຜ່ານເສັ້ນທາງທີ່ີຫຍຸ້ງຍາກເພື່ອໄປລະດົມນັກຮຽນໄປໂຮງຮຽນ. ພາບ: qdnd.vn
leftcenterrightdel
ຜູ້ປົກຄອງນັກຮຽນ ໂຮງຮຽນອະນຸບານ ວ່າງແອັງຕາແສງ ຈິມວານ (ບັກອຽນ, ເຊີນລາ) ໄປເຮັດອະນາໄມ, ທຳຄວາມສະອາດເດີ່ນໂຮງຮຽນ, ເພື່ອຕ້ອນຮັບສົກຮຽນໃໝ່. ພາບ: qdnd.vn
leftcenterrightdel
ເອື້ອຍຄູ-ອ້າຍຄູ ເປັນທັງຜູ້ຕັດຜົມໃຫ້ນັກຮຽນ. ພາບ: qdnd.vn
leftcenterrightdel
ເອື້ອຍຄູ ຄືແມ່ຜູ້ໃຈບຸນ. ພາບ: qdnd.vn
leftcenterrightdel
ພ້ອມກັນເຮັດສວຍເຮັດງາມ ເພື່ອຕ້ອນຮັບວັນໄຂສົກຮຽນໃໝ່. ພາບ: qdnd.vn
leftcenterrightdel
ເອື້ອຍຄູ-ອ້າຍຄູເຮັດເຄື່ອງຫຼິ້ນຈາກວັດສະດຸຜະລິດຄືນໃໝ່. ພາບ: qdnd.vn
leftcenterrightdel
ໂຮງຮຽນປະຖົມ, ມັດທະຍົມຊົນເຜົ່າເຄິ່ງກິນນອນ ປາອູ, ເມືອງ ເມືອງແຕ່, ແຂວງລາຍເຈົາ ມີນັກຮຽນ 580 ຄົນ, 100% ເປັນຊົນເຜົ່າລາຫູ. ພາບ: qdnd.vn
leftcenterrightdel
ນັກຮຽນ ມີຄວາມກະຕື້ລືລົ້ນໄປໂຮງຮຽນ. ພາບ: qdnd.vn

ໂດຍ: ໄຊຊະນະ