leftcenterrightdel
ນ້ອງນ້ອຍ ດ່າວເຄືອງຢຸຍ ກັບແມ່ທີ່ພິທີມອບລາງວັນການແຂ່ງຂັນຂຽນຈົດໝາຍສາກົນ UPU ຄັ້ງທີ 52. ພາບ: qdnd.vn

ພິທີປະກາດ ແລະມອບລາງວັນການແຂ່ງຂັນຈະຈັດຂຶ້ນໃນວັນທີ 5 ຕຸລາ 2023 ທີ່ນະຄອນຫຼວງ Riyadh (ປະເທດ ຊາອຸດິອາຣາເບຍ). ນັກຮຽນຍາດໄດ້ລາງວັນທີໜຶ່ງ, ທີສອງ, ແລະທີສາມຂອງການແຂ່ງຂັນຈະໄປປະເທດ ຊາອຸດິອາຣາເບຍ ເພື່ອຮັບລາງວັນ. ກ່ອນໜ້ານີ້, ການແຂ່ງຂັນຂຽນຈົດໝາຍສາກົນ UPU ຄັ້ງທີ 52 ປີ 2023 ດ້ວຍຫົວຂໍ້ວ່າ: “ຖ້ານຶກວ່ານ້ອງແມ່ນຊຸບເປີຮີໂຣ ທີ່ມີພາລະກຳຮັບປະກັນຄວາມປອດໄພໃນທຸກເສັ້ນທາງຢູ່ໂລກໃຫ້ແກ່ເດັກນ້ອຍ. ຈົ່ງຂຽນຈົດໝາຍໃຫ້ຜູ້ໃດຜູ້ໜຶ່ງເພື່ອເວົ້າເຖິງກຳລັງແຮງ ເພື່ອຊ່ວຍໃຫ້ນ້ອງປະຕິບັດສໍາເລັດພາລະກຳຂອງຕົນ” ຢູ່ຫວຽດນາມ ໄດ້ດຶງດູດກວ່າ 1,5 ລ້ານບົດເຂົ້າຮ່ວມການແຂ່ງຂັນ.

ໂດຍ: ທະນາພອນ