ຕາມນັ້ນແລ້ວ, ນັກຮຽນ ແລະນັກສຶກສາດີເດັ່ນ 220 ຄົນ ທີ່ພວມຮ່ຳຮຽນຢູ່ບັນດາໂຮງຮຽນມັດທະຍົມຕອນປາຍ ແລະມະຫາວິທະຍາໄລ ໄດ້ຮັບທຶນການສຶກສາ Odon Vallet ດ້ວຍຍອດມູນຄ່າກວ່າ 4 ຕື້ດົ່ງ; ໃນນັ້ນ, ທຶນການສຶກສາສໍາລັບນັກຮຽນແຕ່ລະທຶນແມ່ນ 14 ລ້ານດົ່ງ, ທຶນການສຶກສາສໍາລັບນັກສຶກສາແຕ່ລະທຶນແມ່ນ 28 ລ້ານດົ່ງ. ທຶນການສຶກສາ Odon Vallet ໄດ້ຮັບການສ້າງຕັ້ງ ດ້ວຍການບໍລິຈາກຂອງສາດສະດາຈານ Odon Vallet ແລະ ມອບໃຫ້ອົງການຈັດຕັ້ງ “ພົບກັບຫວຽດນາມ”, ໂດຍ ສາດສະດາຈານ ເຈີ່ນແທັງເວີນ ເປັນປະທານປະຕິບັດ. ໄລ່ມາຮອດປະຈຸບັນ, ທຶນການສຶກສາ Odon Vallet ໄດ້ມອບ 50.000 ກວ່າທຶນ ດ້ວຍຍອດມູນຄ່າກວ່າ 400 ຕື້ດົ່ງ.
ໂດຍ: ທູຈາງ
Type the code from the image