leftcenterrightdel
ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມໃຫ້ຄູອາຈານຊາວຫວຽດນາມ ຢູ່ຕ່າງປະເທດ. ພາບ: qdnd.vn

ຊຸດຝຶກອົບຮົມ ໂດຍຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ສົມທົບກັບກົມການສຶກສາ (ກະຊວງສຶກສາ ແລະກໍ່ສ້າງ) ຈັດຕັ້ງ, ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕິດພັນກັບວຽກງານປະຊາຄົມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງ, ປັບປຸງ, ພັດທະນາບັນດາອົງການຈັດຕັ້ງ ແລະການເຄື່ອນໄຫວກ່ຽວກັບພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ນັບແຕ່ຄັ້ງທໍາອິດທີ່ໄດ້ຈັດຕັ້ງໃນປີ 2013, ມາຮອດປັດຈຸບັນ ບັນດາຊຸດຝຶກອົບຮົມໄດ້ດຶງດູດການເຂົ້າຮ່ວມຂອງຄູອາຈານຊາວຫວຽດນາມ ຢູ່ຕ່າງປະເທດ ຈໍານວນ 800 ກວ່າຄົນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປິດຊຸດຝຶກອົບຮົມຖ່າຍຮູບລວມ. ພາບ: qdnd.vn

ກ່າວຄໍາເຫັນປິດຊຸດຝຶກອົບຮົມ, ທ່ານ ມາຍຟານຢຸ້ງ ຮອງຫົວໜ້າຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເນັ້ນໜັກວ່າ ໃນສະພາບການປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນັບມື້ນັບພັດທະນາຢ່າງແຮງ, ພັກ ແລະລັດເຮົາ ຍາມໃດກໍ່ຖືເປັນສໍາຄັນວຽກງານຮັກສາ, ແຜ່ຂະຫຍາຍພາສາຫວຽດນາມ. ທ່ານ ມາຍຟານຢຸ້ງ ຮັບຮູ້, ຕີລາຄາສູງ ແລະສະແດງຄວາມນັບຖືຢ່າງສູງຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮຸ່ນຕ່າງໆ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມການຮັກສາ, ແຜ່ຂະຫຍາຍພາສາຫວຽດນາມ ໃນຊຸມປີຜ່ານມາ; ຕີລາຄາວ່າຊຸດຝຶກອົບຮົມໄດ້ປະສົບຜົນສໍາເລັດຢ່າງຈົບງາມໃນທຸກດ້ານ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຊຸດຝຶກອົບຮົມຈະປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບການສອນພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ