ພິທີມອບລາງວັນໂຮງຮຽນນິເວດອາຊຽນ
ກປ.ອອນໄລ - ຫວຽດນາມ ມີໂຮງຮຽນນິເວດຕື່ມອີກ 2 ແຫ່ງ ແລະນັກນິເວດວິທະຍາໜຸ່ມອາຊຽນ ຕື່ມອີກ 2 ຄົນ ທີ່ໄດ້ເປັນກຽດເຂົ້າຮ່ວມພິທີມອບລາງວັນໂຮງຮຽນນິເວດອາຊຽນ (ASEAN Eco-schools Award) ແລະລາງວັນນັກນິເວດວິທະຍາໜຸ່ມອາຊຽນ (AYECA), ເຊິ່ງໄດ້ຈັດຂຶ້ນໃນຂອບເຂດກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງທີ 17 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໃນວັນທີ 23 ສິງຫາ.
ໂຮງຮຽນ 2 ແຫ່ງທີ່ເປັນກຽດໄດ້ຮັບລາງວັນ, ລວມມີໂຮງຮຽນປະຖົມ ເຍີນເຫງັຍ 1 ຢູ່ນະຄອນ ເກິ່ນເທີ ໄດ້ຮັບລາງວັນໃນລາຍການໂຮງຮຽນປະຖົມ ແລະໂຮງຮຽນມັດທະຍົມຕອນຕົ້ນ ອຽນລາກ, ແຂວງວິງຝູກ ໄດ້ຮັບລາງວັນໃນລາຍການໂຮງຮຽນມັດທະຍົມສຶກສາ. ນີ້ແມ່ນໂຮງຮຽນທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມການເສັງ ແລະການແຂ່ງຂັນ ໂດຍກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ຈັດຕັ້ງ, ຄື: ລາງວັນໂຮງຮຽນນິເວດອາຊຽນ ຫວຽດນາມ, ລາງວັນ Greentech…
ພ້ອມດຽວກັນນັ້ນ, ນີ້ກໍ່ແມ່ນໂຮງຮຽນທີ່ຕັ້ງໜ້າຈັດຕັ້ງການເຄື່ອນໄຫວປູກຕົ້ນໄມ້, ປົກປັກຮັກສາສິ່ງແວດລ້ອມ ແລະການສຶກສາກ່ຽວກັບສິ່ງແວດລ້ອມທີ່ອຸດົມສົມບູນໄດ້ດີ, ດຶງດູດການເຂົ້າຮ່ວມຂອງຄູອາຈານ ແລະນັກຮຽນເປັນຈຳນວນຫຼວງຫຼາຍ.
    |
 |
ຜູ້ແທນຖ່າຍຮູບຮ່ວມກັນໃນພິທີມອບລາງວັນນັກນິເວດວິທະຍາໜຸ່ມອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນພິທີມອບລາງວັນໃນປີນີ້, ນັກສິລະປິນ ຫງວຽນຮົ່ງມິງ ໄດ້ເປັນແຊ໋ມນັກນິເວດວິທະຍາໜຸ່ມອາຊຽນ ສຳລັບເກນອາຍຸແຕ່ 26-35 ປີ ແລະ ນ້ອງ ຫງວຽນເຈົາບ໋າວ ຫົວໜ້າທີມງານ Act-Now ໄດ້ເປັນແຊ໋ມນັກນິເວດວິທະຍາໜຸ່ມອາຊຽນ ໃນເກນອາຍຸ ແຕ່ 18-25 ປີ.
ຜ່ານໂຄງການແຕ້ມຮູບເພື່ອການກຸສົນ ຮັກຊີວິດ (ປີ 2018), ທີມຂອງນັກສິລະປິນ ຫງວຽນຮົ່ງມິງ ໄດ້ໂຄສະນາເຜີຍແຜ່ໃຫ້ແກ່ນັກຮຽນ ແລະປະຊາຊົນຢູ່ເຂດຊົນນະບົດມີຄວາມຮູ້, ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ. ນັກສິລະປິນ ຫງວຽນຮົ່ງມິງ ກໍ່ແມ່ນຜູ້ລິເລີ່ມໂຄງການ Simple Heart - ການນຳໃຊ້ເຈ້ຍ ແລະຂວດປຣາດສະຕິກທີ່ໃຊ້ເທື່ອດຽວຄືນໃໝ່. ສະນັ້ນ, ມາຮອດປະຈຸບັນ ຫວຽດນາມ ມີໂຮງຮຽນນິເວດອາຊຽນ 8 ແຫ່ງ ແລະເປັນແຊ໋ມນັກນິເວດວິທະຍາໝຸ່ມອາຊຽນ 4 ຄົນ.
ໂດຍ: ໄຊນີດາ