leftcenterrightdel
ທ່ານ Troels Jakobsen, ທູດການຄ້າ, ສະຖານທູດແດນມາກ ປະຈໍາ ຫວຽດນາມ ແບ່ງປັນທີ່ພິທີ. ພາບ: ຢ້ຽວຮວ່ຽນ

ກ່າວຄຳເຫັນທີ່ພິທີ, ທ່ານ Troels Jakobsen, ທູດການຄ້າ, ສະຖານທູດແດນມາກ ປະຈໍາ ຫວຽດນາມ ແບ່ງປັນວ່າ: “ຜ່ານການແຂ່ງຂັນຄັດເລືອກ 2 ຮອບ, ຂ້າພະເຈົ້າເຊື່ອໝັ້ນວ່າ ນັກຮຽນຂອງພວກເຮົາໄດ້ຜ່ານການແຂ່ງຂັນອັນຫຍຸ້ງຍາກ, ຄັບຂັນທີ່ສຸດແຕ່ເປັນໜ້າຈັບໃຈທີ່ສຸດຍ້ອນພວກນ້ອງໄດ້ເຮັດຈົນສຸດຄວາມສາມາດຂອງຕົນ. ການແຂ່ງຂັນແມ່ນບ່ອນລະຫຼິ້ນທີ່ມີປະໂຫຍດ ແລະໜ້າຈັບໃຈເພື່ອໃຫ້ພວກນ້ອງສະແດງຄວາມສາມາດຂອງຕົນ, ພັດທະນາທັກສະເພື່ອນຳໃຊ້ສິ່ງທີ່ຖອດຖອນມາໄດ້ຈາກການຮ່ຳຮຽນເຂົ້າໃນຊີວິດຕົວຈິງ”.

ຢູ່ຫວຽດນາມ, ການແຂ່ງຂັນ Robotacon WRO 2023 ໄດ້ດຶງດູດນັກຮຽນ 1.200 ກວ່າຄົນທີ່ມາຈາກ 330 ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕອນຕົ້ນ, ໂຮງຮຽນມັດທະຍົມຕອນປາຍ ແລະສູນຕ່າງໆຢູ່ 18 ແຂວງ, ນະຄອນໃນທົ່ວປະເທດ.

ດ້ວຍຫົວຂໍ້ “Connecting The World - ເຊື່ອມຕໍ່ທົ່ວໂລກ”, ການແຂ່ງຂັນປະກອບດ້ວຍຫຼາຍຫົວຂໍ້ທີ່ມີລັກສະນະສັງຄົມຕົວຈິງ, ຊຸກຍູ້ນັກຮຽນຄົ້ນຫາ, ປະດິດສ້າງ, ອຸທິດມາດຕະການເພື່ອເຊື່ອມຕໍ່ປະຊາຊົນ, ແລກປ່ຽນການຄ້າ, ໂຄສະນາສື່ສານ. ບັນດາຫົວຂໍ້ສຸມໃສ່ບັນຫາຕ່າງໆທີ່ມີຄວາມສົນໃຈໃນທົ່ວໂລກ, ຄື: ການອະນຸລັກຮັກສາປະກາລັງ ແລະຊີວະນາໆພັນຢູ່ທະເລ, ການສ້ອມແປງສາຍໃຍແສງຢູ່ມະຫາສະໝຸດ, ການສ້ອມແປງໝໍ້ໄຟແສງຕາເວັນນອກຝັ່ງ, ອັດຕະໂນມັດ...

leftcenterrightdel
 8 ທີມໄດ້ຮັບລາງວັນຊົມເຊີຍໃນກຸ່ມ 5 - ROBO SPORTS. ພາບ: ຢ້ຽວຮວ່ຽນ
leftcenterrightdel
ທີມ HSRL - B3 01 ໄດ້ຮັບຊະນະເລີດກຸ່ມ 3 - ROBO MISSION - SENIOR. ພາບ: ຢ້ຽວຮວ່ຽນ

ບັນດາຜູ້ເຂົ້າຮ່ວມການແຂ່ງຂັນຢູ່ມະຫາວິທະຍາໄລ Phenikaa (ຮ່າໂນ້ຍ) ເພື່ອຍາດເອົາຂັນ ແລະສິດເປັນຕົວແທນໃຫ້ຫວຽດນາມ ເຂົ້າຮອບຊີງຊະນະເລີດໂລກ. ຄະນະຈັດຕັ້ງ ໄດ້ມອບລາງວັນໃຫ້ 14 ທີມ (ທີມຊະນະເລີດ, ລາງວັນທີໜຶ່ງ, ລາງວັນທີສອງ ແລະລາງວັນທີສາມ) ເປັນກຽດທີ່ເຂົ້າຮອບຊີງຊະນະເລີດໂລກ ເຊິ່ງຈັດຕັ້ງຢູ່ສາທາລະນະລັດ ປານາມາ ໃນເດືອນພະຈິກ ຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ