ຫວຽດນາມ ຄວ້າໄດ້ 6 ຫຼຽນລາງວັນ ໃນໂອລິມປິກໄອທີອາຊີ ປາຊີຟິກ ປີ 2023
ກປ.ອອນໄລ - ຕາມຕາຕະລາງຈັດອັນດັບຫຼຽນລາງວັນແລ້ວ, ຫວຽດນາມ ຢຶນອັນດັບທີ 9 ທົ່ວຄະນະໃນການເສັງຄັ້ງນີ້.
ກົມຄຸ້ມຄອງຄຸນນະພາບ (ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ) ວັນທີ 30 ພຶດສະພາ ໃຫ້ຮູ້ວ່າ ມີນັກຮຽນ 6 ຄົນຂອງທີມຊາດຫວຽດນາມ ທີ່ເຂົ້າຮ່ວມໂອລິມປິກໄອທີ ອາຊີ ປາຊີຟິກ ປີ 2023 ລ້ວນແຕ່ຄວ້າໄດ້ຫຼຽນລາງວັນ, ໃນນັ້ນ, ມີ 4 ຫຼຽນເງິນ ແລະ 2 ຫຼຽນທອງ.
    |
 |
ນັກຮຽນຫວຽດນາມ 6 ຄົນຄວ້າໄດ້ຫຼຽນລາງວັນທີ່ໂອລິມປິກໄອທີ ອາຊີ ປາຊີຟິກ ປີ 2023. ພາບ: hanoimoi.com.vn |
ໂອລິມປິກໄອທີ ອາຊີ ປາຊີຟິກ ປີ 2023 ຖືກຈັດຂຶ້ນທາງອອນໄລດ້ວຍຜູ້ສອບເສັງເກືອບ 1.500 ຄົນ ທີ່ມາຈາກ 36 ປະເທດ ແລະເຂດແຄວ້ນ, ຈີນ ເປັນປະເທດເຈົ້າພາບຈັດຕັ້ງ. ທີມຊາດຫວຽດນາມ ມີຜູ້ສອບເສັງເຂົ້າຮ່ວມ 15 ຄົນ.
ຕາມຕາຕະລາງຈັດອັນດັບຫຼຽນລາງວັນແລ້ວ, ຫວຽດນາມ ຢຶນອັນດັບທີ 9 ທົ່ວຄະນະໃນການເສັງຄັ້ງນີ້. ໝາກຜົນດັ່ງກ່າວອີກຄັ້ງໜຶ່ງໄດ້ຢັ້ງຢືນຄຸນນະພາບການສຶກສາສາມັນ ແລະທິດທາງຢ່າງຖືກຕ້ອງໃນວຽກງານຄົ້ນພົບ, ຄັດເລືອກ, ບຳລຸງສ້າງນັກຮຽນເກັ່ງຂອງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ; ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງນັກຮຽນ, ຄູອາຈານ, ໂຮງຮຽນ ແລະຂະແໜງການສຶກສາໃນວຽກງານແຂ່ງຂັນສອນດີ, ຮຽນເກັ່ງ.
ໂດຍ: ທະນາພອນ