leftcenterrightdel
ທີມຫວຽດນາມ ໄດ້ຮັບລາງວັນໃນການແຂ່ງຂັນ. ພາບ: Huawei

ວັນທີ 29 ພຶດສະພາ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຮູ້ວ່າ ຮອບຊີງຊະນະເລີດທົ່ວໂລກຂອງງານແຂ່ງຂັນ Huawei ICT Competition 2022-2023 ໄດ້ຈັດຂຶ້ນຢູ່ແຂວງເຊີນເຈີນ (ປະເທດຈີນ), ບັນດານັກສຶກສາເຕັກໂນໂລຊີຂໍ້ມູນຂ່າວສານຂອງ ຫວຽດນາມ ຍາດໄດ້ລາງວັນທີ 3. ທີມຫວຽດນາມ ມີນັກສຶກສາ 3 ຄົນ ໄດ້ເຂົ້າຮ່ວມການແຂ່ງຂັນກັບ 146 ທີມທີ່ມາຈາກ 36 ປະເທດ, ເຂດແຄ້ວນ ແລະຍາດໄດ້ລາງວັນທີ 3.

ງານແຂ່ງຂັນ Huawei ICT Competition ແມ່ນໂຄງການຈຸດສຸມນອນໃນຂໍ້ລິເລີ່ມ “ເພື່ອໃຫ້ອະນາຄົດ 2.0” ຂອງກຸ່ມບໍລິສັດນາໆຊາດ Huawei. ໂດຍໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດໃນປີ 2015, ການແຂ່ງຂັນເພື່ອແນໃສ່ສ້າງເວທີແຂ່ງຂັນດ້ວຍການແກ່ງແຍ້ງທີ່ໂປ່ງໃສ, ແມ່ນບ່ອນລະຫຼີ້ນເຕັກໂນໂລຊີເພື່ອໃຫ້ນັກສຶກສາມະຫາວິທະຍາໄລ ແລະວິທະຍາໄລໃນທົ່ວໂລກໄດ້ພົບປະແລກປ່ຽນນຳກັນ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ