ເຫດການໄດ້ເຊື່ອມຕໍ່ທາງອອນລາຍກັບ 94 ສະຖານທີ່ເຊື່ອມຕໍ່ ເຊິ່ງເປັນອົງການຜູ້ຕາງໜ້າຫວຽດນາມ ທີ່ປະຈຳຢູ່ຕ່າງປະເທດ, ເພື່ອເຊີດຊູພາສາຫວຽດ; ເຊີດຊູບັນດາບຸກຄົນທີ່ມີການປະກອບສ່ວນຕັ້ງໜ້າຊ່ວຍຮັກສາ, ແຜ່ຂະຫຍາຍພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

leftcenterrightdel
ຊຸດປຶ້ມ "ສະບາຍດີພາສາຫວຽດ". ພາບ: ttdn.vn

ກ່າວຄຳເຫັນທີ່ພິທີ, ທ່ານ ມາຍຟານຢຸງ, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ການແຂ່ງຂັນນີ້ແມ່ນການເປີດສາກຂອງ “ແຜນການວັນເຊີດຊູພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດປີ 2023”. "ນີ້ແມ່ນປີທຳອິດທີ່ຄະນະກຳມະການ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະອົງການຕາງໜ້າຫວຽດນາມ ປະຈຳຢູ່ຕ່າງປະເທດ ຈັດການແຂ່ງຂັນດ້ວຍພາກສ່ວນເຂົ້າຮ່ວມແມ່ນມຸ່ງໄປເຖິງພໍ່ແມ່ປະຊາຊົນຊາວຫວຽດນາມ 5,3 ລ້ານຄົນ ທີ່ພວມອາໄສຢູ່ຕ່າງປະເທດ, ພິເສດ, ເປີດກວ້າງເຖິງຊາວຕ່າງປະເທດ ທີ່ມີຄວາມມັກຮັກ ແລະນຳໃຊ້ພາສາຫວຽດໄດ້ດີ. ຂ້າພະເຈົ້າຫວັງວ່າ, ການແຂ່ງຂັນນີ້ຈະເຊື່ອມຕໍ່ສ່ວນບຸກຄົນແມ່ນ “ທູດພາສາຫວຽດ ຢູ່ຕ່າງປະເທດ” ໃນທົ່ວໂລກ, ດ້ວຍບົດບາດແມ່ນຂົວເຊື່ອມຕໍ່, ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາ ແລະແຜ່ຂະຫຍາຍພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ”.

ບັນດາບົດແຂ່ງຂັນອາດຈະແມ່ນບົດວັນນະຄະດີ, ຂຽນຈົດໝາຍ, ອັດສຽງ/ເທບວີດີໂອສ່ວນຕົວເລົ່າເລື່ອງ… ນຳໃຊ້ພາສາຫວຽດ ເພື່ອໂຄສະນາກ່ຽວກັບປະເທດຊາດ, ມະນຸດ, ວັດທະນະທຳ, ປະຫວັດສາດ, ພາສາຫວຽດ. ການແຂ່ງຂັນ ໄດ້ຈັດຂຶ້ນແຕ່ວັນທີ 1 ເມສາ ຫາວັນທີ 10 ສິງຫາ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ