ກະຊວງຖະແຫຼງຂ່າວ ແລະສື່ສານ ຈະເປັນປະທານ, ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ແລະບັນດາທ້ອງຖິ່ນຈັດຕັ້ງພິທີໄຂພ້ອມດ້ວຍກິດຈະກໍາຊົມເຊີຍວັນປຶ້ມ ແລະວັດທະນະທໍາການອ່ານຫວຽດນາມ ຄັ້ງທີ 2 ປີ 2023.

leftcenterrightdel
ນັກຮຽນເຂົ້າຮ່ວມ ແລະອ່ານປຶ້ມຢູ່ວັນບຸນເປັນຈໍານວນຫຼວງຫຼາຍ. ພາບ: ສໍານັກຂ່າວສານຫວຽດນາມ

ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ຈະເປັນປະທານຈັດຕັ້ງການເຄື່ອນໄຫວພັດທະນາວັດທະນະທຳການອ່ານ; ການເຄື່ອນໄຫວຕອບສະໜອງຢູ່ຫໍສະໝຸດແຫ່ງຊາດຫວຽດນາມ, ລະບົບຫໍສະໝຸດ ແລະສະຖາບັນວັດທະນະທຳ.

ບັນດາອົງການຖະແຫຼງຂ່າວ ແລະສື່ມວນຊົນ ຕ້ອງໂຄສະນາບັນດາການເຄື່ອນໄຫວຂອງວັນປຶ້ມຫວຽດນາມ ຄັ້ງທີ 2 ປີ 2023, ພ້ອມທັງ ກໍ່ສ້າງບັນດາຄໍລຳກ່ຽວກັບປຶ້ມ, ແນະນຳບັນດາຮູບແບບ, ອົງການຈັດຕັ້ງ ແລະບຸກຄົນໃນການພັດທະນາວັດທະນະທຳການອ່ານ. ບັນດາໂຮງພິມຈຳໜ່າຍເປັນເຈົ້າພາບຈັດຕັ້ງໃນລະບົບຂອງອົງການ, ອົງການຈັດຕັ້ງ, ຫົວໜ່ວຍ; ຈັດຕັ້ງສັບປະດາປຶ້ມ, ຕິດປ້າຍໂຄສະນາຊົມເຊີຍທີ່ສໍານັກພິມ.

ບັນດາທ້ອງຖິ່ນຜັນຂະຫຍາຍແຜນການຈັດຕັ້ງຕິດພັນກັບໜ້າທີ່ການເມືອງ ແລະວັນບຸນສຳຄັນໃນປີ 2023; ມອບໃຫ້ພະແນກຖະແຫຼງຂ່າວ ແລະການສື່ສານ ເປັນເຈົ້າພາບຈັດຕັ້ງ, ສົມທົບກັບບັນດາພະແນກ, ຄະນະ, ຂະແໜງການຈັດຕັ້ງບັນດາການເຄື່ອນໄຫວຊົມເຊີຍວັນປຶ້ມ ແລະວັດທະນະທຳການອ່ານຫວຽດນາມ ຄັ້ງທີ 2 ປີ 2023, ພ້ອມທັງຍູ້ແຮງວຽກງານຈັດຕັ້ງວັນປຶ້ມ ແລະວັດທະນະທຳການອ່ານເຖິງບັນດາຮາກຖານ, ໂດຍສຸມໃສ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ, ເພື່ອສ້າງການສະໜັບສະໜູນໃນສັງຄົມຢ່າງເລິກເຊິ່ງ ກວ້າງຂວາງ ແລະມີປະສິດທິຜົນ.

ໂດຍ: ໄຊນີດາ