leftcenterrightdel
ບັນຍາກາດທີ່ພິທີລົງນາມ. ພາບ: qdnd.vn

ໂຄງການຮ່ວມມືແມ່ນເພື່ອແນໃສ່ເສີມຂະຫຍາຍ ແລະຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງສະມາຊິກຊາວໜຸ່ມ ແລະຊາວໜຸ່ມຂະແໜງໄຟຟ້າ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຊາວໜຸ່ມສາມປະເທດ. ບັນດາໜ່ວຍງານຈະສົມທົບກັນຈັດຕັ້ງປະຕິບັດໂຄງການຊາວໜຸ່ມ “ແຫຼ່ງແສງໄຟຟ້າປອດໄພ, ສີວິໄລ ແລະປະຢັດ”, ຢ້ຽມຢາມ ແລະມອບຂອງຂວັນ, ລະດົມກໍາລັງໃຈໃຫ້ນັກສຶກສາລາວ ແລະ ກຳປູເຈຍ ທີ່ຕ້ອງຫ່າງໄກຈາກບ້ານເກີດເມືອງນອນມາດົນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19... ພ້ອມກັນນັ້ນ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງສາມປະເທດ, ບັນດາຫົວໜ່ວຍຈະສົມທົບກັນຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ແຂ່ງຂັນກິລາຫຼາຍຢ່າງ. ລາຍການສົມທົບກັນຈະດຳເນີນໄປຮອດເດືອນທັນວາ 2022.

ໂດຍ: ທະນາພອນ