leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂຄ້າຍຂຽນວັນນະຄະດີທົ່ວກອງທັບປີ 2021. ພາບ: ດັ້ງເກື່ອງ.

ຄ້າຍຂຽນວັນນະຄະດີ ດໍາເນີນຮອດວັນທີ 26 ທັນວາ ພາຍໃຕ້ຫົວຂໍ້ “ຍ້ອງຍໍສັນລະເສີນແບບຢ່າງດີເດັ່ນໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19”. ເລື່ອງຈັດຕັ້ງຄ້າຍຂຽນວັນນະຄະດີແມ່ນເພື່ອແນໃສ່ບໍາລຸງສ້າງ, ຍົກສູງຄວາມສາມາດ, ວິທີການຂຽນວັນນະຄະດີກ່ຽວກັບວຽກດີຄົນເດັ່ນ ແລະ “ອະນຸສອນທີ່ເລິກເຊິ່ງໃນຊີວິດຂອງທະຫານ” ໃຫ້ແກ່ນັກຂຽນ 52 ຄົນຈາກບັນດາອົງການ, ກົມກອງໃນທົ່ວກອງທັບ; ປະກອບສ່ວນໂຄສະນາສຶກສາດ້ານການເມືອງແນວຄິດ, ຍົກສູງຊີວິດການເປັນຢູ່ດ້ານວັດທະນະທໍາ, ຈິດໃຈໃຫ້ແກ່ພະນັກງານ, ນັກຮົບ. ກິດຈະກຳຕ່າງໆລວມມີ: ແນະນໍາ, ແລກປ່ຽນບົດຮຽນໃນການພົບເຫັນ ແລະສ້າງຫົວເລື່ອງກ່ຽວກັບອະນຸສອນທີ່ເລິກເຊິ່ງໃນຊີວິດຂອງທະຫານ; ໝູ່ຄະນະທີ່ເປັນແບບຢ່າງ, ວຽກດີຄົນເດັ່ນ, ແລກປ່ຽນກ່ຽວກັບການຂຽນບົດບັນທຶກປະເພດຕ່າງໆ...

ໂດຍ: ທູຈາງ