leftcenterrightdel
ພິທີມອບລາງວັນວັນນະຄະດີສິລະປະປີ 2019 ໃຫ້ບັນດານັກປະພັນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ມີ 73 ບົດປະພັນວັນນະຄະດີສິລະປະຍາດໄດ້ລາງວັນ, ໃນນັ້ນມີ 10 ລາງວັນສະຫງວນໃຫ້ແກ່ສະມາຊິກສະມາຄົມຢູ່ບັນດາສະມາຄົມວັນນະຄະດີສິລະປະລົງເລິກຂະແໜງສູນກາງ. ສະພາລາງວັນໄດ້ມອບ 63 ລາງວັນໃຫ້ແກ່ນັກປະພັນ ເຊິ່ງແມ່ນສະມາຊິກສະມາຄົມຢູ່ບັນດາສະມາຄົມວັນນະຄະດີສິລະປະທ້ອງຖິ່ນ, ລວມມີລາງວັນ A 1 ລາງວັນ, ລາງວັນ B 8 ລາງວັນ, ລາງວັນ C 22 ລາງວັນ, ລາງວັນຊົມເຊີຍ 25 ລາງວັນ ແລະລາງວັນນັກປະພັນໜຸ່ມ 7 ລາງວັນ. ບັນດາບົດປະພັນໄດ້ຮັບການຄັດເລືອກຢ່າງລະອຽດຈາກຂັ້ນຮາກຖານ, ຄຸນນະພາບຂອງບັນດາບົດປະພັນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ນັກປະພັນໜຸ່ມຫຼາຍຄົນໄດ້ມີການຊອກຄົ້ນ, ປ່ຽນແປງໃໝ່ໃນການແຕ່ງບົດປະພັນ, ແຕ່ຍັງຄົງໃກ້ຊິດຕິດແທດກັບຊີວິດການເປັນຢູ່ໃນຍຸກປະຈຸບັນ ແລະມູນເຊື້ອວັດທະນະທໍາຂອງຊາດ.

ໂດຍ: ທະນາພອນ