leftcenterrightdel
ວັນປຶ້ມຫວຽດນາມ ຄັ້ງທີ 8 ດຶງດູດນັກຮຽນ ແລະປະຊາຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ພາບ: tuoitre.vn.

ງານບຸນປຶ້ມມີຫຼາຍກິດຈະກໍາ, ຄື: ງານວາງສະແດງແນະນໍາກ່ຽວກັບນະຄອນໂຮ່ຈີມິນ, ແນະນໍາປຶ້ມໃໝ່ກ່ຽວກັບການຫັນປ່ຽນດີຈີຕອນ, ບັນດາລາຍການພົບປະແລກປ່ຽນກັບນັກປະພັນທີ່ມີຊື່ສຽງ...

ໃນວັນດຽວກັນ, ຢູ່ຫໍເຍົາວະຊົນນະຄອນຖຸດຶກ, ພະແນກຖະແຫຼງຂ່າວ ແລະສື່ສານນະຄອນໂຮ່ຈີມິນ ກໍ່ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ຈັດຕັ້ງພິທີໄຂວັນປຶ້ມຫວຽດນາມ ຄັ້ງທີ 8 ດ້ວຍຫຼາຍກິດຈະກໍາເຄື່ອນໄຫວທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ. ຈຸດພົ້ນເດັ່ນຂອງລາຍການແມ່ນງານວາງສະແດງເອກະສານກ່ຽວກັບມໍລະດົກໂຮ່ຈີມິນ ດ້ວຍບັນດາເລື່ອງລາວກ່ຽວກັບຊີວິດ ແລະການເຄື່ອນໄຫວຂອງປະທານໂຮ່ຈີມິນ ແລະແນວຄິດຂອງເພິ່ນໃນຂົງເຂດການທູດ, ວັດທະນະທໍາ, ການສຶກສາ.

ໂດຍ: ທູຈາງ