ເສີມຂະຫຍາຍບົດບາດຂອງວັດທະນະທຳໃນຍຸດທະສາດການພັດທະນາ
ກປ.ອອນໄລ - ຕອນບ່າຍວັນທີ 20 ເມສາ, ທີ່ນະຄອນໂຮ່ຈີມິນ, ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ໄດ້ສົມທົບກັບສະມາຄົມນັກຂ່າວຫວຽດນາມ, ສະຖານີວິທະຍຸ ແລະໂທລະພາບນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ "ວັດທະນະທໍາໃນສັງກາດດີຈີຕອນ - ຈາກສີສັນເຖິງກໍາລັງແຮງອ່ອນແຫ່ງຊາດ".
ທີ່ການໂອ້ລົມສົນທະນາ, ບົດປະກອບຄຳເຫັນໄດ້ສຸມໃສ່ບັນດາເນື້ອໃນຕົ້ນຕໍ: ເສີມຂະຫຍາຍບົດບາດຂອງວັດທະນະທຳໃນຍຸດທະສາດການພັດທະນາ; ຍົກສູງປະສິດທິຜົນຂອງສື່ມວນຊົນ, ແຜ່ຂະຫຍາຍຄຸນຄ່າວັດທະນະທຳຫວຽດນາມ; ຊຸກຍູ້ການຫັນປ່ຽນດີຈີຕອນໃນຂົງເຂດວັດທະນະທຳ ແລະສື່ມວນຊົນ; ສ້າງເຄື່ອງໝາຍການຄ້າແຫ່ງຊາດ, ທ້ອງຖິ່ນຈາກພື້ນຖານວັດທະນະທຳ; ເພີ່ມທະວີການສົມທົບກັນລະຫວ່າງບັນດາອົງການ, ຫົວໜ່ວຍໃນວຽກງານໂຄສະນາ. ຜູ້ແທນ, ນັກຊ່ຽວຊານເຫັນດີເປັນເອກະພາບວ່າວັດທະນະທຳແມ່ນພື້ນຖານຈິດໃຈຂອງສັງຄົມ, ພ້ອມທັງເປັນແຫຼ່ງກໍາລັງພາຍໃນ ແລະກໍາລັງແຮງອ່ອນທີ່ສຳຄັນຂອງຊາດ.
    |
 |
|
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: qdnd.vn |
ໜັງສືພິມໄດ້ຮັບການກໍານົດຮັກສາບົດບາດທີ່ຫຼັກແຫຼ່ງໃນການແຜ່ຂະຫຍາຍຄຸນຄ່າວັດທະນະທຳ, ປະກອບສ່ວນເຂົ້າໃນການສ້າງພື້ນທີ່ວັດທະນະທຳດີຈີຕອນ ແລະການຫັນປ່ຽນແຫຼ່ງກໍາລັງວັດທະນະທຳໃຫ້ເປັນກຳລັງໜູນການພັດທະນາ. ໃນສະພາບການນີ້, ການປ່ຽນແປງໃໝ່ວິທີສື່ມວນຊົນ, ເປັນຕົ້ນແມ່ນການນຳໃຊ້ເຕັກໂນໂລຢີທີ່ທັນສະໄໝເພື່ອ "ເລົ່າເລື່ອງວັດທະນະທຳ", ໄດ້ຮັບການຖືເປັນມາດຕະການທີ່ສຳຄັນເພື່ອຍົກສູງຄວາມຈັບອົກຈັບໃຈ, ກໍາລັງຄວາມສາມາດແກ່ງແຍ້ງ ແລະໂຄສະນາຮູບພາບຂອງປະເທດຊາດ.
ໂດຍ: ຈາງຫງວຽນ