ງານບຸນເສື້ອຍາວນະຄອນໂຮ່ຈີມິນປີນີ້ມີ 17 ກິດຈະກຳຫຼັກ, ເຕົ້າໂຮມເສື້ອຍາວເກືອບ 400 ຊຸດ, ນາງແບບ, ນັກສະແດງກວ່າ 600 ຄົນ ພ້ອມດ້ວຍທູດເຄື່ອງໝາຍການຄ້າ 37 ທ່ານ ໃນຫຼາຍຂົງເຂດ. ຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນມີການເຂົ້າຮ່ວມຂອງນັກອອກແບບ 37 ທ່ານ ທີ່ມາຈາກບັນດາເຂດ, ພາກໃນທົ່ວປະເທດ, ພ້ອມທັງມີນັກອອກແບບສາກົນເຂົ້າຮ່ວມເປັນເທື່ອທຳອິດ, ໃນນັ້ນມີນັກອອກແບບມາຈາກຍີ່ປຸ່ນ.

leftcenterrightdel
ນາງແບບສະແດງ​ເ​ສື້ອ​ຍາວ ໃນງານ​ບຸນຊຸດ​ເ​ສື້ອ​ຍາວນະ​ຄອນໂຮ່​ຈີ​ມິນ 2026. ພາບ: nhandan.vn

ທ່ານ ເລເຈືອງຮ່ຽນຮວ່າ, ຮອງຜູ້ອຳນວຍການພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: “ຈຸດໃໝ່ຂອງງານບຸນປີນີ້ແມ່ນມີການເຂົ້າຮ່ວມຂອງນັກອອກແບບຫຼາຍຄົນທັງຢູ່ພາຍໃນ ແລະສາກົນອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນການເຊື່ອມໂຍງທີ່ນັບມື້ນັບຈະແຈ້ງຂອງງານບຸນຊຸດເສື້ອຍາວນະຄອນໂຮ່ຈີມິນ. ໄປຄຽງຄູ່ກັນນັ້ນ, ງານບຸນດັ່ງກ່າວຍັງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກ 168 ຕາແສງຢູ່ເຂດພິເສດ, ດ້ວຍຫຼາຍເຂດລົງຕົວຈິງອີກດ້ວຍ. ພວກຂ້າພະເຈົ້າຫວັງວ່າ ຈະປະກອບສ່ວນໂຄສະນາການທ່ອງທ່ຽວ, ວັດທະນະທຳຂອງນະຄອນໂຮ່ຈີມິນ”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ