ລາຍການປີນີ້ຈະມີຫຼາຍຈຸດໃໝ່ທີ່ພົ້ນເດັ່ນ, ດ້ວຍການອະນຸລັກຮັກສາຄຸນຄ່າມູນເຊື້ອປະສານສົມທົບກັບເປີດກວ້າງການພົວພັນແລກປ່ຽນສາກົນ, ຂອບຂະໜາດ ແລະສະຖານທີ່ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ກິລາ ແລະການທ່ອງທ່ຽວ ໄດ້ຮັບການເປີດກວ້າງກວ່າ, ສ້າງຫຼາຍເຫດການຕິດຕໍ່ນໍ່ເນື່ອງກັນໃນສັບປະດາວັດທະນະທຳ - ການທ່ອງທ່ຽວເຂດດິນແດນບັນພະບຸລຸດ.
ມີການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງ ສືບຕໍ່ໄດ້ຮັບການຮັກສາ ແລະຈັດຕັ້ງຢ່າງຟົດຟື້ນຄື: ຕັ້ງຄ້າຍວັດທະນະທຳ, ການສະແດງ, ໂຄສະນາ, ແນະນຳບັນດາຜະລິດຕະພັນທ້ອງຖິ່ນ; ງານມະໂຫລານສະແດງສິລະປະມວນຊົນແຂວງ ຟູ໋ເທາະ… ໄດ້ຈັດຕັ້ງຕາມ 18 ກຸ່ມຕາແສງ, ສ້າງການເຊື່ອມຕໍ່ເຂດ ແລະເພີ່ມທະວີການພົບປະແລກປ່ຽນ, ແຜ່ກະຈາຍວັດທະນະທຳຮາກຖານ. ໜຶ່ງໃນບັນດາຈຸດພົ້ນເດັ່ນແມ່ນງານບຸນວັດທະນະທຳພື້ນເມືອງ ຢູ່ຕາມທ້ອງຖະໜົນ ໄດ້ຮັບການຟື້ນຟູ ແລະ ເຊື່ອມຕໍ່ກັບລາຍການ “ສີສັນການທ່ອງທ່ຽວເຂດດິນແດນບັນພະບຸລຸດ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image