leftcenterrightdel
ພິທີໄຂງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ປີນີ້, ນະຄອນໂຮ່ຈີມິນ ມຸ່ງໄປເຖິງເປົ້າໝາຍກຳນົດເຄື່ອງໝາຍການຄ້າທ່ອງທ່ຽວທີ່ເປັນໜ້າປະທັບໃຈ, ເປັນມິດ ແລະປອດໄພ. ພາຍຫຼັງພິທີໄຂງານບຸນ, ທາງນະຄອນຈະສືບຕໍ່ຮັກສາ ແລະເປີດກວ້າງການເຄື່ອນໄຫວດ້ານວັດທະນະທໍາ, ບັນເທີງທີ່ແທດຈິງຫຼາຍຢ່າງ, ຄື: ງານບຸນຊຸດເສື້ອຍາວ, ງານບຸນ “ປະເທດຊາດເປັນໜຶ່ງດຽວ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ 30 ເມສາ… ປີນີ້, ຂະແໜງທ່ອງທ່ຽວນະຄອນ ຈະສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ບັນລຸ 11 ລ້ານເທື່ອຄົນ ແລະແຂກທ່ອງທ່ຽວພາຍໃນປະເທດ 50 ລ້ານເທື່ອຄົນ.

ແຫຼ່ງຄັດຈາກ: vovworld.vn