ເຫດການດັ່ງກ່າວສືບຕໍ່ຢືນຢັນບົດບາດເປັນຂົວຕໍ່ດ້ານວັດທະນະທຳ, ການຄ້າ ແລະມິດຕະພາບລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໃນໄລຍະການພົວພັນສອງຝ່າຍພັດທະນາຢ່າງຮອບດ້ານ.

leftcenterrightdel
ປະຊາຊົນ ແລະນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ ເຂົ້າຮ່ວມງານບຸນ ຫວຽດນາມ-ຍີ່ປຸ່ນ ປີ 2025. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມຢຶ໊ດດ໋ຽມ ຫົວໜ້າພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ງານບຸນ ຫວຽດນາມ-ຍີ່ປຸ່ນ ບໍ່ພຽງແຕ່ແມ່ນການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາປະຈຳປີເທົ່ານັ້ນ ຫາກຍັງມີຄວາມໝາຍການພົວພັນຕ່າງປະເທດ, ປະກອບສ່ວນປັບປຸງການພົວພັນມິດຕະພາບ, ເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ວິສາຫະກິດຍີ່ປຸ່ນ ໃນຂົງເຂດເສດຖະກິດ, ການສຶກສາ, ການທ່ອງທ່ຽວ ແລະພົບປະແລກປ່ຽນປະຊາຊົນ.

ຕາມທ່ານແລ້ວ, ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງຫວຽດນາມ, ນຳໜ້າໃນຂົງເຂດ ODA ແລະການຮ່ວມມືດ້ານແຮງງານ, ພ້ອມທັງນອນໃນກຸ່ມນັກລົງທຶນ, ຄູ່ຮ່ວມມືການຄ້າໃຫຍ່. ງານບຸນ ຫວຽດນາມ-ຍີ່ປຸ່ນ ຄັ້ງທີ 11 ໄດ້ຮັບຄວາມຫວັງແຜ່ຂະຫຍາຍສານການຮ່ວມມືແບບຍືນຍົງ, ມຸ່ງໄປເຖິງອະນາຄົດສີຂຽວ ແລະຄວາມວັດທະນາຖາວອນລວມ.

ງານບຸນປີນີ້ໄດ້ເຕົ້າໂຮມກວ່າ 300 ຮ້ານວາງສະແດງ, ແນະນຳຜະລິດຕະພັນ, ບໍລິການ ແລະການເຊື່ອມຕໍ່ວິສາຫະກິດສອງປະເທດ.  ຕາມຄະນະຈັດຕັ້ງແລ້ວ, ງານບຸນ ຫວຽດນາມ-ຍີ່ປຸ່ນ ຄັ້ງທີ 11 ປີ 2026 ສືບຕໍ່ໂດຍພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ແລະສະຖານກົງສູນໃຫຍ່ຍີ່ປຸ່ນ ປະຈຳ ນະຄອນໂຮ່ຈີມິນ ຈັດຕັ້ງ.

ໂດຍ: ເຈິ່ນຮວ່ຽນ