ການເຄື່ອນໄຫວຢູ່ວັນວັດທະນະທຳບັນດາເຜົ່າຫວຽດນາມ 2026 ດໍາເນີນຢ່າງຟົດຟື້ນ
ກປ.ອອນໄລ - ງານບຸນບໍ່ພຽງແຕ່ປະກອບສ່ວນເຊີດຊູຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງສ້າງຂົວເຊື່ອມຕໍ່ພົບປະແລກປ່ຽນລະຫວ່າງບັນດາເຜົ່າ...
    |
 |
|
ກິດຈະກຳທີ່ໄດ້ຈັດຂຶ້ນຢູ່ເຂດວັດທະນະທຳໄຕງວຽນ. ພາບ: ຫງວຽນມິງຈາງ |
ຕອນບ່າຍວັນທີ 18 ເມສາ, ໃນຂອບເຂດວັດທະນະທຳບັນດາເຜົ່າຫວຽດນາມ ປີ 2026 ໄດ້ດໍາເນີນຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ຮ່າໂນ້ຍ), ມີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳທີ່ເປັນເອກະລັກສະເພາະໄດ້ດຶງດູດນັກທ່ອງທ່ຽວ, ຄື: ຮ້ອງແທນຜ່ານລາຍການ “ເລົ່າເລື່ອງ”; ລາຍການ “ສີສັນເຂດພູສູງ” ດ້ວຍການເຂົ້າຮ່ວມຂອງຊາວເຜົ່າໄທ, ເມື່ອງ, ເຄີໝູ, ລາວ; ເຂດວັດທະນະທຳໄຕງວຽນ ຜ່ານລາຍການ “ສຽງກ້ອງກັງວານທ່ົວບ້ານ”. ໃນຂອບເຂດເຫດການ, ພິທີ Ok Om Bok ຂອງຊາວຂະແມແຂວງວິ້ງລອງ ກໍ່ໄດ້ຮັບການແນະນຳ, ປະກອບສ່ວນວາດພາບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຄົມຊາວຂະແມພາກໃຕ້...
ງານບຸນບໍ່ພຽງແຕ່ປະກອບສ່ວນເຊີດຊູຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງສ້າງຂົວເຊື່ອມຕໍ່ພົບປະແລກປ່ຽນລະຫວ່າງບັນດາເຜົ່າ, ຜ່ານນັ້ນແຜ່ຂະຫຍາຍຈິດໃຈສາມັກຄີ, ຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳຫວຽດນາມ ໃນຊີວິດການເປັນຢູ່ໃນຍຸກປະຈຸບັນ.
ໂດຍ: ເຈິ່ນຮວ່ຽນ