ຊາວຫວຽດນາມ ອາໄສຢູ່ ສາທາລະນະລັດ Cyprus ເຂົ້າຮ່ວມງານບຸນລະດູບານໃໝ່ 2026
ກປ.ອອນໄລ - ວັນທີ 29 ມີນາ 2026, ປະຊາຄົມຊາວຫວຽດນາມ ອາໄສຢູ່ ສາທາລະນະລັດ Cyprus ໄດ້ເຂົ້າຮ່ວມລາຍການງານບຸນລະດູບານໃໝ່ 2026 ໂດຍສະມາຄົມຜູ້ນຳທ່ຽວ ສາທາລະນະລັດ Cyprus ຈັດຕັ້ງ. ນີ້ແມ່ນເຫດການພົບປະແລກປ່ຽນວັດທະນະທໍາທີ່ມີຄວາມໝາຍ ເພື່ອແນໃສ່ເຊື່ອມຕໍ່ປະຊາຄົມສາກົນພວມດຳລົງຊີວິດຢູ່ທີ່ນີ້.
ເຫດການປີນີ້ໄດ້ຈັດຕັ້ງເນື່ອງໃນໂອກາດວັນຈິນຕະນາການໂລກປີ 2026 ແລະສະເຫຼີມສະຫຼອງ 100 ປີແຫ່ງການສ້າງຕັ້ງ, ດ້ວຍຫົວຂໍ້: “ຮັດແໜ້ນນໍ້າໃຈເພື່ອນມິດ”, ດໍາເນີນຢູ່ Acropolis Park Strovolos (ສວນສາທາລະນະ Acropolis). ນີ້ແມ່ນສວນສາທາລະນະທີ່ມີຊື່ສຽງ ຂຶ້ນກັບຕົວເມືອງ Strovolos ຢູ່ Nicosia, ດ້ວຍທັດສະນີຍະພາບທໍາມະຊາດ, ຖໍ້າຫີນໄດ້ດັດແປງ, ພື້ນທີ່ຫຼິ້ນຂອງເດັກນ້ອຍ, ຍ່າງທາງ...
    |
 |
|
ແຜ່ຂະຫຍາຍຮູບພາບຊຸດເສື້ອຍາວຫວຽດນາມ. ພາບ: vov.vn |
ຄະນະການນຳປະຊາຄົມຊາວຫວຽດນາມ ອາໄສຢູ່ ສາທາລະນະລັດ Cyprus ໃຫ້ຮູ້ວ່າ: ອ້າຍເອື້ອຍນ້ອງໄດ້ເຂົ້າຮ່ວມລາຍການຢ່າງສຸດອົກສຸດໃຈ, ເພາະວ່ານີ້ແມ່ນກາລະໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ສືບຕໍ່ໂຄສະນາສີສັນວັດທະນະທໍາຂອງຊາດ, ພ້ອມທັງເພີ່ມທະວີການພົບປະແລກປ່ຽນ, ເຊື່ອມຕໍ່ກັບເພື່ອນມິດສາກົນ.
ຜ່ານການແນະນຳບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຈາກປະຊາຄົມຊາວຫວຽດນາມ, ພ້ອມກັບລະຫຼີ້ນພື້ນເມືອງ, ຊ່ວຍໃຫ້ປະຊາຊົນທ້ອງຖິ່ນ ກໍ່ຄືປະຊາຄົມສາກົນເຂົ້າໃຈກ່ຽວກັບວັດທະນະທຳຫວຽດນາມ ກວ່າອີກ.
ໃນງານບຸນ, ພ້ອມກັບການເຄື່ອນໄຫວການຫຼິ້ນ ແລະພົບປະແລກປ່ຽນວັດທະນະທຳຫຼາຍປະເທດ, ພໍ່ແມ່ປະຊາຊົນໃນຊຸມຊົນໄດ້ເຂົ້າຮ່ວມການປະມູນຂາຍເຄື່ອງທີ່ລະນຶກສ້າງກອງທຶນ. ອ້າຍເອື້ອຍນ້ອງຊາວຫວຽດນາມທີ່ເຂົ້າຮ່ວມໄດ້ແຜ່ຂະຫຍາຍຄວາມງາມຂອງຊຸດເສື້ອຍາວທີ່ເປັນປະເພນີ, ກໍ່ຄືທຳນອງຂັບລໍາພື້ນເມືອງທີ່ເປັນເອກະລັກສະເພາະຂອງຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ