ຕອນຄ່ຳວັນທີ 15 ມີນາ, ຢູ່ສວນສາທາລະນະ ໂທ໋ງເຍິດ, ງານບຸນການທ່ອງທ່ຽວຮ່າໂນ້ຍ 2026 ໄດ້ອັດລົງພາຍຫຼັງຈັດຕັ້ງເປັນເວລາ3 ວັນ. ງານບຸນທ່ອງທ່ຽວຮ່າໂນ້ຍ 2026 ໄດ້ສ້າງສະຖານທີ່ໂຄສະນາ, ເຊື່ອມຕໍ່ ແລະລົງຄົ້ນຫາຕົວຈິງດ້ານວັດທະນະທຳ, ການທ່ອງທ່ຽວພົ້ນເດັ່ນຂອງນະຄອນຫຼວງຮ່າໂນ້ຍ, ພ້ອມທັງເປີດກາລະໂອກາດເພື່ອໃຫ້ບັນດາທ້ອງຖິ່ນ ແລະ ວິສາຫະກິດທ່ອງທ່ຽວແນະນຳຜະລິດຕະພັນໃໝ່, ເພີ່ມທະວີການຮ່ວມມືພັດທະນາການທ່ອງທ່ຽວແບບຍືນຍົງ.

leftcenterrightdel
ບັນຍາກາດທີ່ງານ​ບຸນ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2026. ພາບ: baotintuc.vn

ງານບຸນໄດ້ຈັດຂຶ້ນຕາມຮູບແບບສະຖານທີ່ເປີດ, ສີຂຽວ ແລະໃກ້ຊິດກັບທຳມະຊາດ, ເພີ່ມທະວີບັນດາການເຄື່ອນໄຫວລົງຄົ້ນຫາຕົວຈິງໂດຍກົງ, ຄື: ການສະແດງໝູ່ບ້ານອາຊີບ, ຊິມຊາ, ຮັບປະທານອາຫານ ແລະພົນປະແລກປ່ຽນວັດທະນະທຳ. ວັນບຸນມີການເຂົ້າຮ່ວມຂອງບັນດາແຂວງ, ນະຄອນ, ຄື: ແຄ້ງຮວ່າ, ທ້າຍງວຽນ, ບັກນິງ, ຕວຽນກວາງ, ເງະອານ, ຢາລາຍ, ກ໋ວາງນິງ ໄດ້ສ້າງຄວາມດູດດື່ມກ່ຽວກັບການທ່ອງທ່ຽວ, ອາຫານການກິນຂອງບັນດາທ້ອງຖິ່ນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ