ລາວ ຕ້ອນຮັບບຸນປີໃໝ່ປະຈໍາຊາດໃນທ່າມກາງບັນຍາກາດທີ່ສົດໃສ, ມ່ວນຊື່ນ
ກປ.ອອນໄລ - ໃນທ່າມກາງບັນຍາກາດທີ່ຄຶກຄື້ນມ່ວນຊື່ນຂອງບຸນປີໃໝ່ປະຈໍາຊາດ, ຫຼາຍກິດຈະກໍາດ້ານວັດທະນະທໍາ, ບັນເທີງທີ່ຟົດຟື້ນໄດ້ດໍາເນີນໃນທົ່ວປະເທດລາວ.
ບຸນປີໃໝ່ປະຈໍາຊາດຂອງລາວປີນີ້ ໄດ້ດໍາເນີນໃນລະຫວ່າງວັນທີ 14-16 ເມສາ. ຕາມຮີດດຄອງປະເພນີທີ່ເປັນມູນເຊື້ອຂອງຊາວລາວ ທີ່ທີ່ມີມາແຕ່ດົນນານແລ້ວ, ໃນ 3 ວັນຂອງປີໃໝ່, ປະຊາຊົນຈະໄປເພື່ອສົງພະດ້ວຍນ້ຳຫອມ ແລະ ຂໍພອນໃຫ້ມີສຸຂະພາບເຂັ້ມແຂງ, ມີໂຊກມີໄຊມາໃຫ້ຄອບຄົວ ແລະຍາດຕິພີ່ນ້ອງ.
    |
 |
|
ປະຊາຊົນລາວ ໄປວັດເພື່ອຕ້ອນຮັບບຸນປີໃໝ່ປະຈໍາຊາດ ເປັນຈໍານວນຫຼວງຫຼາຍ. ພາບ: vov.vn |
ນີ້ກໍ່ແມ່ນໂອກາດເພື່ອໃຫ້ຄອບຄົວເຕົ້າໂຮມກັນ, ເຂົ້າຮ່ວມກິດຈະກໍາດ້ານວັດທະນະທໍາຊຸມຊົນ, ໃນນັ້ນພົ້ນເດັ່ນແມ່ນປະເພນີຫົດນໍ້າຂໍໃຫ້ໂຊກດີ. ປີນີ້, ການຈັດຕັ້ງງານບຸນໄດ້ດໍາເນີນຢ່າງກວ້າງຂວາງໃນທົ່ວປະເທດ ດ້ວຍຫຼາຍກິດຈະກໍາທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາທີ່ເປັນມູນເຊື້ອ.
ຄວາມເບີກບານມ່ວນຊື່ນໃນຊຸມວັນຕົ້ນປີໃໝ່, ທີ່ນະຄອນຫຼວງວຽງຈັນ, ຫຼາຍຄົນສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາ, ການປ່ຽນແປງໃໝ່ຂອງປະເທດ ແລະມີຄວາມຫວັງປີໃໝ່ຈະມີຄວາມສົດໃສໃນຫຼາຍດ້ານ. ອ້າຍ ອະນຸສິດ ແລະເອ້ືອຍ ຈັນໄຊ ແບ່ງປັນວ່າ: “ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ, ສາມາດເວົ້າວ່ານີ້ແມ່ນໂອກາດທີ່ດີເພື່ອໂຄສະນາເຜີຍແຜ່ຈຸດຄວາມງາມດ້ານວັດທະນະທໍາຂອງປະເທດລາວ. ປີນີ້, ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບປະກັນເປັນຢ່າງດີ, ບັນດາພິທີການໄດ້ປະຕິບັດຕາມຄີດຄອງປະເພນີທີ່ດີງາມຂອງລາວ”.
    |
 |
|
ປະຊາຊົນໄປວັດເພື່ອສົງພະ. ພາບ: vov.vn |
ຫ່າງຈາກນະຄອນຫຼວງວຽງຈັນ 300 ກວ່າກິໂລແມັດ, ນະຄອນຫຼວງພະບາງ ກໍ່ມີຄວາມຄຶກຄື້ນດ້ວຍຫຼາຍກິດຈະກໍາດ້ານວັດທະນະທໍາ, ການບັນເທີງທີ່ຟົດຟື້ນຕ້ອນຮັບປີໃໝ່ຄືຈັດຕັ້ງການປະກວດນາງສັງຂານ, ແຫ່ນາງສັງຂານອ້ອມນະຄອນ, ຈັດງານຕະຫຼາດນັດ... ບັນຍາກາດຂອງງານບຸນໄດ້ແຜ່ຂະຫຍາຍໄປທົ່ວທຸກຖະໜົນຫົນທາງ, ສ້າງປະທັບໃຈອັນສົດໃສໃຫ້ແກ່ປະຊາຊົນ ແລະແຂກທ່ອງທ່ຽວ.
ໂດຍ: ໄຊນີດາ