ໃນໄລຍະດຳເນີນງານຕະຫຼາດນັດ, ເລີ່ມແຕ່ວັນທີ 3 ກຸມພາ, ແຕ່ລະມື້ຈະຈັດ 3 ລາຍການສະແດງສິລະປະ. ໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ໄດ້ຮັບຄວາມສົນໃຈຈາກຜູ້ຊົມເປັນຈຳນວນຫຼວງຫຼາຍແມ່ນລາຍການສະແດງຂັບ ກວານຮໍ້ ບັກນິງ ຂອງບັນດານັກສິລະປະກອນດ້ວຍທຳນອງເພງທີ່ນິ້ມນວນອ່ອນຫວານໃນບັນຍາກາດທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳເຂດທິດເໜືອເມືອງຫຼວງທັງລອງ ໃນເມື່ອກ່ອນ.

ທ່ານ ເຢືອງດຶກຖັງ, ຮອງປະທານສະໂມສອນຂັບກວານຫໍ້  ຮວ່າຍຈູງ (ຕາແສງ ຕຽນຢູ, ແຂວງບັກນິງ), ແບ່ງປັນວ່າ: “ນັບແຕ່ວັນທີ 2 ຫາວັນທີ 13 ກຸມພາ, ຄະນະມີສະມາຊິກ 12 ຄົນ, ໃນນັ້ນມີນັກສິລະປະກອນສະແດງວັດທະນະທຳກວານຫໍ້ 10 ຄົນ. ຄວາມມຸ່ງມາດປາດຖະໜາຂອງພວກຂ້າພະເຈົ້າ ແມ່ນນຳສຽງຂັບ, ສຽງເພງ, ວັດທະນະທຳກວານຫໍ້ເຖິງໝູ່ມະຫາຊົນເປັນຈຳນວນຫຼວງຫຼາຍ”.

leftcenterrightdel
ໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ໄດ້ຮັບຄວາມສົນໃຈຈາກຜູ້ຊົມເປັນຈຳນວນຫຼວງຫຼາຍແມ່ນລາຍການສະແດງຂັບ ກວານຮໍ້ ບັກນິງ. ພາບ: ສໍານັກຂ່າວສານຫວຽດນາມ

ໄປຄຽງຄູ່ກັບການຂັບກວານຫໍ້, ຍັງມີຫຼາຍຮູບແບບສິລະປະພື້ນເມືອງ ແລະທັນສະໄໝອື່ນໆກໍໄດ້ຮັບການສະແດງ, ປະກອບສ່ວນສ້າງບັນຍາກາດທີ່ເບີກບານມ່ວນຊື່ນໃຫ້ງານຕະຫຼາດນັດ, ເຊີດຊູຄຸນຄ່າວັດທະນະທຳຂອງຊາດຫວຽດນາມ ແລະຮັບໃຊ້ຄວາມຕ້ອງການຊົມໃຊ້ສິລະປະຂອງປະຊາຊົນໃນຊຸມວັນຕົ້ນລະດູບານໃໝ່.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ