ເປີດງານບຸນຕົວໜັງສືລະດູບານໃໝ່ປີມະເມຍ 2026 ຢູ່ວັນມ໊ຽວ-ກວກຕື້ຢາມ
ກປ.ອອນໄລ - ວັນທີ 11 ກຸມພາ, ທີ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວັນມ໊ຽວ-ກວກຕື້ຢາມ (ຮ່າໂນ້ຍ) ໄດ້ດໍາເນີນພິທີເປີດງານບຸນຕົວໜັງສືລະດູບານໃໝ່ປີມະເມຍ 2026 ແລະການເຄື່ອນໄຫວວັດທະນະທໍາ-ສິລະປະຕ່າງໆເພື່ອຂໍ່ານັບຮັບຕ້ອນບຸນປີໃໝ່ປະຈໍາຊາດ.
ງານບຸນຈະປິດລົງໃນວັນທີ 1 ມີນາ.
    |
 |
|
ລາຍການສະແດງສິລະປະຢູ່ພິທີເປີດ. ພາບ: qdnd.vn |
ດ້ວຍຫົວຂໍ້ “ພື້ນຖານການສຶກສາຂອງຊາດ”, ງານບຸນຕົວໜັງສືລະດູບານໃໝ່ປີ 2026 ຕິດພັນກັບການສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງກວກຕື້ຢາມ, ໂຮງຮຽນແຫ່ງທໍາອິດຂອງຫວຽດນາມ.
ງານບຸນຕົວໜັງສືເປັນຂີດໝາຍປ່ຽນແປງໃໝ່ຢ່າງຈະແຈ້ງໃນການຈັດຕັ້ງ ແລະເນື້ອໃນເຄື່ອນໄຫວ, ດ້ວຍການດັດແປງ, ປັບແປງຕົບແຕ່ງຮອບດ້ານທິວທັດ ໜອງ ວັນ, ສ້າງບັນຍາກາດທີ່ກົມກ່ຽວລະຫວ່າງປັດໄຈມູນເຊື້ອ ແລະຕິດໃຈທັນສະໄໝ.
    |
 |
|
ທ່ານ ເລຊວນກຽວ, ຫົວໜ້າສູນເຄື່ອນໄຫວວັດທະນະທໍາວິທະຍາສາດ ວັນມ໊ຽວ-ກວກຕື້ຢາມ ກ່າວຄໍາເຫັນທີ່ພິທີເປີດງານບຸນຕົວໜັງສືລະດູບານໃໝ່ປີ ມະເມຍ 2026. ພາບ: qdnd.vn |
    |
 |
|
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີເປີດ, ທ່ານ ເລຊວນກຽວ, ຫົວໜ້າສູນເຄື່ອນໄຫວວັດທະນະທໍາວິທະຍາສາດ ວັນມ໊ຽວ-ກວກຕື້ຢາມ ແບ່ງປັນວ່າ: "ສູນປ່ຽນແປງໃໝ່ເທື່ອລະກ້າວ, ຫັນການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ, ເພື່ອໃຫ້ວັນມ໊ຽວ-ກວກຕື້ຢາມ ກາຍເປັນສະຖານທີ່ມາທີ່ປອດໄພ, ດຶງດູດ, ຮັບໃຊ້ໃຫ້ປະຊາຊົນຊາວນະຄອນຫຼວງ ແລະແຂກທ່ອງທ່ຽວໃນຍາມບຸນປີໃໝ່ປະຈໍາຊາດ ຢ່າງລອບຄອບຖີ່ຖ້ວນ".
ໂດຍ: ໄຊນີດາ