ເຫດການດັ່ງກ່າວບໍ່ພຽງແຕ່ແມ່ນໂອກາດເພື່ອປຸ້ມລຸມກັນ ແລະສະແດງຄວາມຮູ້ບຸນຄຸນເທົ່ານັ້ນ ຫາກຍັງແມ່ນສະຖານທີ່ແລກປ່ຽນວັດທະນະທຳທີ່ເປັນເອກະລັກສະເພາະ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ກ່າວຄຳເຫັນທີ່ເຫດການ, ທ່ານ ເອົາວຽດຮືງ ຜູ້ອຳນວຍການສູນວັດທະນະທຳຫວຽດນາມ ຢູ່ລາວ ເນັ້ນໜັກວ່າ: ບຸນປີໃໝ່ປະຈໍາຊາດບໍ່ພຽງແຕ່ແມ່ນຈຸດເວລາແຫ່ງການປຸ້ມລຸມກັນ ແລະສະແດງຄວາມຮູ້ບຸນຄຸນເທົ່ານັ້ນ, ຫາກຍັງແມ່ນຈຸດເລີ່ມຕົ້ນແຫ່ງຄວາມຫວັງໃໝ່. ໃນບັນຍາກາດອັນຟົດຟື້ນພາຍຫຼັງຜົນສໍາເລັດຂອງກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດດ້ວຍບັນດາການກໍານົດທິດຍຸດທະສາດ, ການພົບປະທີ່ສະໜິດສະໜົມແມ່ນພະຍານຫຼັກຖານສະແດງໃຫ້ເຫັນສາຍຈິດມິດໃຈຖານບ້ານໃກ້ເຮືອນຄຽງທີ່ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເປັນຢ່າງສູງ ແລະສາຍພົວພັນສັດຊື່ບໍລິສຸດລະຫວ່າງຫວຽດນາມ-ລາວ.

leftcenterrightdel
ບັນຍາກາດທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ຕີລາຄາສູງຄວາມໝາຍຂອງເຫດການດັ່ງກ່າວ, ທ່ານ ວຽງພອນ ສຸກຂະວົງ, ຫົວໜ້າກົມວັດທະນະທໍາ ແລະສິລະປະການສະແດງ, ກະຊວງວັດທະນະທຳ ແລະການທ່ອງທ່ຽວລາວ ຖືວ່າ ການຈັດເຫດການຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ ຢູ່ລາວ ໄດ້ຊ່ວຍໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈເລິກເຊິ່ງກວ່າກ່ຽວກັບຈຸດຄ້າຍຄືກັນ ແລະການສະຫຼັບກັນຂອງວັດທະນະທຳລະຫວ່າງສອງປະເທດລາວ-ຫວຽດນາມ. ທ່ານ ວຽງພອນ ສຸກຂະວົງ ຢືນຢັນວ່າ: “ນີ້ແມ່ນໂອກາດເພື່ອໂຄສະນາ, ເຜີຍແຜ່ວັດທະນະທຳຫວຽດນາມ ຢູ່ລາວ, ຈາກການຮຽນພາສາຫວຽດນາມ ຈົນເຖິງບັນດາລາຍການສະແດງສິລະປະ, ຜ່ານນັ້ນເສີມຂະຫຍາຍສີສັນສະເພາະຂອງແຕ່ລະຊາດ ແລະຮັດແໜ້ນນໍ້າໃຈສາມັກຄີຖານອ້າຍນ້ອງມີຄວາມມຸ່ງມາດປາດຖະໜາອັນດຽວກັນ”.

leftcenterrightdel
ການນໍາກະຊວງວັດທະນະທໍາ ແລະການທ່ອງທ່ຽວລາວ ພ້ອມດ້ວຍຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາລາວ ເຂົ້າຮ່ວມເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ວຽງພອນ ສຸກຂະວົງ ແລ້ວ, ບັນດາການເຄື່ອນໄຫວວັດທະນະທໍາອັນຟົດຟື້ນໃນປີ 2026 ແມ່ນປະຖົມປັດໄຈອັນສຳຄັນ ເພື່ອກະກຽມໃຫ້ແກ່ບັນດາວັນບຸນໃຫຍ່ໃນປີ 2027, ຄື: ເຫດການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 65 ປີ ແລະສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຄົບຮອບ 50 ປີ. ນີ້ໄດ້ຮັບຖືວ່າແມ່ນໂອກາດ ເພື່ອໃຫ້ຄົນຮຸ່ນໜຸ່ມຂອງສອງປະເທດມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນຄ່າມູນເຊື້ອ, ຈາກນັ້ນສືບຕໍ່ສືບທອດພາລະກິດປົກປັກຮັກສາ ແລະສ້າງສາປະເທດຂອງສອງຊາດ.

ໂດຍ: ທູຈາງ