leftcenterrightdel
ງານບຸນດັ່ງກ່າວແມ່ນການເຄື່ອນໄຫວວັດທະນະທຳ-ທ່ອງທ່ຽວປະຈຳປີ ໂດຍພະແນກທ່ອງທ່ຽວຮ່າໂນ້ຍ ຈັດຕັ້ງ, ນອນໃນບັນດາເຫດການຕອບສະໜອງ Festival ທັງລອງ-ຮ່າໂນ້ຍ. ພາບ: vov.vn

ຕອນຄໍ່າວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ພະແນກທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງ ຈັດພິທີປິດງານບຸນຊຸດເສື້ອຍາວທ່ອງທ່ຽວຮ່າໂນ້ຍ ປີ 2025 ດ້ວຍຫົວຂໍ້ “ເສື້ອຍາວຮ່າໂນ້ຍ - ແຜ່ກະຈາຍສິ່ງຍອດຍິ່ງຂອງມໍລະດົກ". ເຫດການໄດ້ອັດລົງພາຍຫຼັງຈັດຂຶ້ນເປັນເວລາ 4 ວັນ (ໃນລະຫວ່າງວັນທີ 6-9 ພະຈິກ) ທ່ີເຕັມໄປດ້ວຍສີສັນ, ປະກອບສ່ວນເຊີດຊູຄວາມງາມຂອງຊຸດເສື້ອຍາວຫວຽດນາມ ໃນຊີວິດປະຈຸບັນ ແລະໂຄສະນາພາບພົດຂອງຮ່າໂນ້ຍ-ນະຄອນແຫ່ງອະລິຍະທຳ, ປະດິດຄິດສ້າງເຖິງເພື່ອນມິດຢູ່ທັງພາຍໃນ ແລະຕ່າງປະເທດ.

ງານບຸນດັ່ງກ່າວແມ່ນການເຄື່ອນໄຫວວັດທະນະທຳ-ທ່ອງທ່ຽວປະຈຳປີ ໂດຍພະແນກທ່ອງທ່ຽວຮ່າໂນ້ຍ ຈັດຕັ້ງ, ນອນໃນບັນດາເຫດການຕອບສະໜອງ Festival ທັງລອງ-ຮ່າໂນ້ຍ. ປີນີ້, ມີເກືອບ 80 ຮ້ານວາງສະແດງຂອງບັນດານັກອອກແບບ, ເຄື່ອງໝາຍການຄ້າດ້ານແຟຊັນ, ໝູ່ບ້ານມູນເຊື້ອເຂົ້າຮ່ວມ... ງານບຸນໄດ້ດຶງດູດແຂກມາຢ້ຽມຊົມນັບພັນເທື່ອຄົນ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ