leftcenterrightdel
ນັກຖ່າຍຮູບ Daniel Roussel ນຳສະເໜີຮູບພາບຂອງຕົນ. ພາບ: ທ໊າຍເຟືອງ

ວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ, ໃນຂອບເຂດເຫດການ "Photo Hanoi’25-Biennale ຖ່າຍຮູບສາກົນຄັ້ງທີ 3”, ສະຖານທູດຝຣັ່ງ ປະຈໍາ ຫວຽດນາມ ໄດ້ໄຂງານວາງສະແດງຮູບພາບ “ຈຸດຕັດກັນຫວຽດນາມ”, ແນະນໍາບັນດາຮູບພາບຂອງນັກຖ່າຍຮູບ 3 ທ່ານ Daniel Roussel, Gilbert Bertrand ແລະ Lily Franey, ຊາວຝຣັ່ງ ສະໜິດຕິດພັນກັບຫວຽດນາມ ຜ່ານຫຼາຍໄລຍະປະຫວັດສາດ. ບັນດາຮູບພາບວາດພາບການເດີນທາງປະເທດຫວຽດນາມ ຈາກສົງຄາມເຖິງສັນຕິພາບໃນໄລຍະ 1970-1987. ງານວາງສະແດງໄດ້ເປີດໄປຮອດວັນທີ 30 ພະຈິກ.

ໂດຍ: ເຈິ່ນຮວ່ຽນ