ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ແບ່ງປັນກ່ຽວກັບເນື້ອໃນມະຕິ ໂດຍຫວຽດນາມ ສະເໜີ?

ທ່ານຮອງລັດຖະມົນຕີ ໂງເລວັນ: ນີ້ແມ່ນມະຕິໄດ້ສະເໜີຕາມຂໍ້​ລິ​ເລີ່ມຂອງຫວຽດນາມ, ດ້ວຍການສະໜັບສະໜູນຂອງ 71 ປະເທດ, ເນັ້ນໜັກບົດບາດຫຼັກແຫຼ່ງຂອງວັດທະນະທໍາແມ່ນພື້ນຖານຂອງສີສັນ, ແຫຼ່ງກໍາລັງໃໝ່, ເສົາຄໍ້າຂອງການພັດທະນາແບບຍືນຍົງ ແລະຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ. ມະຕິຮຽກຮ້ອງ ສປຊ ປຸກລະດົມທົດສະວັດສາກົນແນໃສ່ສ້າງການຫັນປ່ຽນພື້ນຖານໃນການຮັບຮູ້ກ່ຽວກັບບົດບາດຂອງວັດທະນະທໍາ ແລະຊຸກຍູ້ການກະທໍາໃນທຸກລະດັບ ແນໃສ່ລະດົມແຫຼ່ງກໍາລັງ, ເພີ່ມການລົງທຶນໃຫ້ການສຶກສາມໍລະດົກ, ການສຶກສາວັດທະນະທໍາ-ສິລະປະ, ອຸດສາຫະກໍາວັດທະນະທໍາ ແລະເສດຖະກິດປະດິດສ້າງ ຕິດພັນກັບການຫາເງິນລ້ຽງຊີບແບບຍືນຍົງ, ເພີ່ມທະວີການເຂົ້າເຖິງວັດທະນະທໍາສະເໝີພາບ, ການເຈລະຈາລະຫວ່າງວັດທະນະທໍາ, ວັດທະນະທໍາດີຈີຕອນ, ໝູນໃຊ້ຄວາມຮູ້ດ້ານວັດທະນະທໍາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ... ມຸ່ງໄປເຖິງອະນາຄົດແບບຍືນຍົງ ແລະຄວາມວັດທະນາຖາວອນໃຫ້ທຸກຄົນ.

leftcenterrightdel
ທ່ານ ໂງເລວັນ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສະມັດຊາໃຫຍ່ UNESCO ຄັ້ງທີ 43. ພາບ: ຈ່າຫງວຽນ

ພາຍຫຼັງເກືອບ 40 ປີນັບແຕ່ທົດສະວັດສາກົນກ່ຽວກັບການພັດທະນາວັດທະນະທໍາ 1988-1997, ນີ້ແມ່ນຄັ້ງທໍາອິດທີ່ UNESCO ເຫັນດີເຫັນພ້ອມລິເລີ່ມໜຶ່ງທົດສະວັດສາກົນໃໝ່ທີ່ຕິດພັນກັບວັດທະນະທໍາ. ຂໍ້ລິເລີ່່ມໄດ້ຮັບການຕີລາຄາສູງຈາກຜູ້ອໍານວຍການໃຫຍ່ UNESCO ກໍ່ຄືບັນດາປະເທດສະມາຊິກ ຍ້ອນສອດຄ່ອງກັບຍຸດທະສາດຂອງ UNESCO ແລະການເອົາໃຈໃສ່ຮ່ວມໃນປະຈຸບັນ, ເຊີດຊູບົດບາດນໍາໜ້າຂອງ UNESCO ນໍາວັດທະນະທໍາກາຍເປັນເສົາຄໍ້າໜຶ່ງເອກະລາດທີ່ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຢູ່ແຕ່ລະປະເທດ ແລະໃນທົ່ວໂລກ, ກໍາລັງໜູນຮັກສາສັນຕິພາບ, ຊຸກຍູ້ອຸດສາຫະກໍາປະດິດສ້າງ, ປົກປັກຮັກສາຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ແລະການເຕີບໂຕທາງດ້ານເສດຖະກິດກວມລວມ, ຕິດພັນກັບສັງຄົມ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ຕີລາຄາຄວາມໝາຍຂອງຂໍ້ລິເລີ່ມນີ້?

ທ່ານຮອງລັດຖະມົນຕີ ໂງເລວັນ: ຂໍ້ລິເລີ່ມແມ່ນບາດກ້າວຢ່າງລະອຽດເພື່ອປະກອບສ່ວນຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ກ່ຽວກັບການຖືເປັນສໍາຄັນດ້ານວັດທະນະທໍາ, ການທູດວັດທະນະທໍາ ແລະການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່. ຕາມນັ້ນແລ້ວ, ເນັ້ນໜັກວັດທະນະທໍາແມ່ນພື້ນຖານ, ແຫຼ່ງກໍາລັງ, ກຳລັງແຮງພາຍໃນ ແລະແມ່ນກໍາລັງໜູນອັນໃຫຍ່ຫຼວງ, ການພັດທະນາສັງຄົມແບບຍືນຍົງ, ຊຸກຍູ້ ແລະພັດທະນາວັດທະນະທໍາຫວຽດນາມ ໃນສັງກາດໃໝ່, ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງການຍູ້ແຮງ ແລະຍົກລະດັບການທູດວັດທະນະທໍາ,...

ຂໍ້ລິເລີ່ມດັ່ງກ່າວໄດ້ຮັບການສະເໜີ ແລະຜັນຂະຫຍາຍບົນພື້ນຖານອັນໝັ້ນແກ່ນຂອງແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ, ສະແດງໃຫ້ເຫັນຈິນຕະນາການເປັນເຈົ້າການ, ຕັ້ງໜ້າ ແລະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງຂອງຫວຽດນາມ. ຂໍ້ລິເລີ່ມແມ່ນການປະກອບສ່ວນສໍາຄັນ, ສະແດງບົດບາດຫຼັກແຫຼ່ງ, ນໍາພາຂອງຫວຽດນາມ ໃນການສ້າງເປັນຮູບຮ່າງບັນດາບຸລິມະສິດພັດທະນາທົ່ວໂລກ ຄືຈິດໃຈຂອງມະຕິເລກທີ 59-NQ/TW ລົງວັນທີ 24 ມັງກອນ 2025 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.

ນີ້ແມ່ນຂໍ້ລິເລີ່ມທໍາອິດທີ່ມີຂອບຂະໜາດໃຫຍ່ສຸດ ເຊິ່ງ ຫວຽດນາມ ລິເລີ່ມ ຢູ່ UNESCO ພາຍຫຼັງຫຼາຍປີເຂົ້າຮ່ວມອົງການ ນີ້. ຖ້າຫາກໄດ້ ສປຊ ເຫັນດີຮັບຮອງເອົາ, ນີ້ບໍ່ພຽງແຕ່ແມ່ນການປະກອບສ່ວນທີ່ມີຄວາມໝາຍຍຸດທະສາດຂອງຫວຽດນາມ ຕໍ່ກັບ UNESCO, ຢັ້ງຢືນບົດບາດນໍາພາຂອງ UNESCO ໃນຂົງເຂດວັດທະນະທໍາເທົ່ານັ້ນ ຫາກຍັງແມ່ນຂໍ້ລິເລີ່ມທີ່ເປັນຂີດໝາຍຂອງຫວຽດນາມ ຢູ່ໃນລະດັບທົ່ວໂລກ, ສະແດງຄວາມມານະພະຍາຍາມ ແລະໃຫ້ຄໍາໝັ້ນສັນຍາຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນສ້າງອະນາຄົດສັນຕິພາບ, ວັດທະນາຖາວອນມະນຸດສະທໍາ.

leftcenterrightdel
ຄະນະຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ UNESCO ຄັ້ງທີ 43. ພາບ: ຈ່າຫງວຽນ

ນັກຂ່າວ: ທ່ານຮອງລັດຖະມົນຕີ ໃຫ້ຂໍ້ສັງກາດຄືແນວໃດກ່ຽວກັບເລື່ອງຫວຽດນາມ ໄດ້ຮັບເລືອກຕັ້ງເປັນຮອງປະທານ ສະມັດຊາໃຫຍ່ UNESCO ຄັ້ງທີ 43?

ທ່ານຮອງລັດຖະມົນຕີ ໂງເລວັນ: ເລື່ອງຫວຽດນາມ ໄດ້ຮັບເລືອກຕັ້ງເປັນຮອງປະທານ ສະມັດຊາໃຫຍ່ UNESCO ຢູ່ສອງກອງປະຊຸມທີ 42 ແລະ 43 ຕິດຕໍ່ກັນ ເຊິ່ງໄດ້ສະແດງໃຫ້ເຫັນທີ່ຕັ້ງ, ອິດທິພົນຊື່ສຽງ ແລະກໍາລັງຄວາມສາມາດປະກອບສ່ວນທີ່ນັບມື້ນັບສູງຂອງຫວຽດນາມ ຢູ່ລະບອບລະບຽບການຫຼາຍຝ່າຍທົ່ວໂລກ, ພ້ອມທັງ ຢັ້ງຢືນການສະໜັບສະໜູນ ແລະຄວາມເຊື່ອໝັ້ນຂອງປະຊາຄົມສາກົນ ຕໍ່ກັບບົດບາດເປັນເຈົ້າການ, ຄວາມຮັບຜິດຊອບ ແລະຄວາມສາມາດບໍລິຫານຂອງຫວຽດນາມ ຢູ່ລະບອບລະບຽບການຫຼາຍຝ່າຍທົ່ວໂລກ, ພິເສດແມ່ນໃນຂອບເຂດ UNESCO.

ສິ່ງເຫຼົ່ານີ້ສືບຕໍ່ຢືນຢັນນະໂຍບາຍການພົວພັນຕ່າງປະເທດທີ່ຖືກຕ້ອງຂອງພັກ ແລະລັດ ກ່ຽວກັບການຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ແຜນນະໂຍບາຍຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ດ້ວຍພາລະສຳຄັນເປັນຮອງປະທານສະມັດຊາໃຫຍ່ UNESCO ຄັ້ງທີ 43, ຫວຽດນາມ ສືບຕໍ່ພ້ອມດໍາລົງຕໍາແໜ່ງບົດບາດຢູ່ 6 ກົນໄກບໍລິຫານຫຼັກຂອງອົງການ UNESCO: ຮອງປະທານ ແລະເປັນສະມາຊິກຄະນະກໍາມະການລະຫວ່າງລັດຖະບານສົນທິສັນຍາ 2005 ວ່າດ້ວຍການປົກປັກຮັກສາ ແລະເສີມຂະຫຍາຍຄວາມຫຼາກຫຼາຍຂອງວັດທະນະທໍາ; ຮອງປະທານ ແລະເປັນສະມາຊິກຄະນະກໍາມະການລະຫວ່າງລັດຖະບານສົນທິສັນຍາ 2003 ວ່າດ້ວຍການປົກປັກຮັກສາມໍລະດົກວັດທະນະທໍານາມມະທໍາ; ສະມາຊິກຄະນະກໍາມະການມໍລະດົກໂລກ.

ເລື່ອງຫວຽດນາມ ດໍາລົງບົດບາດເປັນຮອງປະທານສາມັດຊາໃຫຍ່ UNESCO ຄັ້ງທີ 43 ແມ່ນກາລະໂອກາດເພື່ອສືບຕໍ່ປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ ແລະແທດຈິງກວ່າໃນບັນດາບັນຫາສາກົນ ເຊິ່ງ UNESCO ພວມເອົາໃຈໃສ່, ກໍ່ຄື ຊຸກຍູ້ບັນດາລາຍການ, ກໍານົດທິດໃຫຍ່ຂອງ UNESCO ໃນບັນດາຂົງເຂດການສຶກສາ, ວັດທະນະທໍາ ແລະຖະແຫຼງຂ່າວສື່ສານ, ປະກອບສ່ວນໃຫ້ແກ່ສີວິໄລມວນມະນຸດ; ພ້ອມທັງຫວຽດນາມ ມີເງື່ອນໄຂໝູນໃຊ້ພູມປັນຍາ, ແນວຄວາມຄິດ, ຂໍ້ລິເລິ່ມຂອງ UNESCO ເພື່ອຜັນຂະຫຍາຍບັນດາມະຕິຍຸດທະສາດ, ຮັບໃຊ້ພາລະກິດສ້າງສາ, ພັດທະນາປະເທດຊາດໃນສັງກາດຮັ່ງມີເຂັ້ມແຂງ, ວັດທະນາຖາວອນ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ໄຊນີດາ