ນີ້ແມ່ນເຫດການສຸດທ້າຍໃນ 4 ງານບຸນໄດ້ຈັດຕັ້ງຢູ່ຫຼາຍແຂວງ, ນະຄອນຂອງຫວຽດນາມ ໃນປີນີ້, ແນໃສ່ສະເຫຼີມສະຫຼອງການພົວພັນສອງຝ່າຍ ອາເມລິກາ-ຫວຽດນາມ ຄົບຮອບ 30 ປີ.  ກ່ອນໜ້ານັ້ນ, ບັນດາງານບຸນໄດ້ຈັດຕັ້ງຢູ່ດ່ານັງ, ເກິ່ນເທີ ແລະນະຄອນໂຮ່ຈີມິນ.

leftcenterrightdel
ທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ໄດ້ຮັບຟັງການແນະນຳກ່ຽວກັບເຕັກໂນໂລຊີວັດສະດຸໃໝ່ໃນງານບຸນມິດຕະພາບ ອາເມລິກາ-ຫວຽດນາມ. ພາບ: qdnd.vn

ເຂົ້າເບິ່ງເຫດການໂດຍບໍ່ເສຍຄ່າ, ດຶງດູດຊາວນະຄອນຫຼວງທຸກເກນອາຍຸເຂົ້າຮ່ວມກິດຈະກຳທີ່ມ່ວນຊື່ນ, ເຊິ່ງເປັນເອກະລັກສະເພາະຂອງ ວັດທະນະທຳອາເມລິກາ ແລະຫວຽດນາມ ເຊັ່ນ: ກິລາອາເມລິກາ, ຄຳແນະນຳເຮັດເຄື່ອງຫັດຖະກຳ, ການແຂ່ງຂັນອ່ານພາສາອັງກິດ, ແນະນຳເຕັ້ນ, ການສະແດງດົນຕີ... ພິເສດ, ລາຍການມີການສະແດງໂດຍນັກສິລະປິນທີ່ມີຊື່ສຽງ ເຊັ່ນ Suboi, Lyhan ແລະ MaiQuinn ຈາກວົງດົນຕີ “Em Xinh Say Hi”. ຄຽງຂ້າງກັນນັ້ນ, ງານບຸນກໍ່ແນະນໍາບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງອາເມລິກາ ແລະຫວຽດນາມ.

leftcenterrightdel
ອາຫານການກິນພື້ນເມືອງຫວຽດນາມ ທີ່ໄດ້ແນະນໍາຢູ່ງານບຸນໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ພາບ: qdnd.vn

ດ້ວຍກິດຈະກຳທີ່ອຸດົມສົມບູນ, ງານບຸນມິດຕະພາບ ອາເມລິກາ-ຫວຽດນາມ ໄດ້ຮັບຖືວ່າ ແມ່ນເຫດການທີ່ເປັນເອກະລັກສະເພາະ, ຍົກໃຫ້ເຫັນການຮ່ວມມືລະຫວ່າງອາເມລິກາ ແລະຫວຽດນາມ ທັງລວງເລິກ ແລະກວ້າງຂວາງ, ພ້ອມທັງສ່ອງແສງຄວາມຫວັງລວມຂອງທັງສອງປະເທດໃນການຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນຜ່ານການພົບປະແລກປ່ຽນວັດທະນະທໍາ.

ຕາມທ່ານ Marc E. Knapper: “ງານບຸນນີ້ແມ່ນໂອກາດເພື່ອເຊີດຊູກໍາລັງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາເມລິກາ-ຫວຽດນາມ ແລະການພັດທະນາສາມທົດສະວັດໃນການພົວພັນສອງຝ່າຍ. ພວກຂ້າພະເຈົ້າ ມີຄວາມຍິນດີທີ່ໄດ້ຈັດຕັ້ງເຫດການພິເສດນີ້ຢູ່ສວນສາທາລະນະ ເກົ່າເຢີຍ  ທີ່ສວຍງາມ, ຕໍ່ໜ້າເຂດກໍ່ສ້າງສໍານັກງານສະຖານທູດອາເມລິກາ ຫຼັງໃໝ່ຂອງພວກຂ້າພະເຈົ້າ.”

ໂດຍ: ໄຊນີດາ