leftcenterrightdel
ລາຍການສະແດງສິລະປະຢູ່ງານບຸນລະດູໃບໄມ້ຫຼົ່ນຮ່າໂນ້ຍ. ພາບ: vov.vn

ຕອນຄໍ່າວັນທີ 23 ພະຈິກ, ພິທີປິດງານບຸນລະດູໃບໄມ້ຫຼົ່ນຮ່າໂນ້ຍ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ຖະໜົນຍ່າງ ເຈີ່ນເຍິນຕົງ (ຮ່າໂນ້ຍ), ປິດກິດຈະກຳເຄື່ອນໄຫວທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ “ລະດູໃບໄມ້ຫຼົ່ນຮ່າໂນ້ຍ-ລະດູໃບໄມ້ຫຼົ່ນແຫ່ງຄວາມຊົງຈຳ”. ໃນໄລຍະ 3 ວັນ, ບັນດາສະຖານທີ່ສຳຜັດຕົວຈິງ ຄື “ສີສັນລະດູໃບໄມ້ຫຼົ່ນ”, “ລົດຊາດແຫ່ງຄວາມຊົງຈຳ”, “ຮ່າໂນ້ຍ-ຈັງຫວະຊີວິດຂອງໄວໜຸ່ມ” ພ້ອມກັບງານວາງສະແດງຮູບພາບ ແລະລາຍການສະແດງລວມໝູ່... ໄດ້ດຶງດູດປະຊາຊົນ ແລະນັກທ່ອງທ່ຽວຫຼາຍກວ່າ 50.000 ເທື່ອຄົນ, ສ້າງຮູບພາບຄວາມມີຊີວິດຊີວາກ່ຽວກັບການທ່ອງທ່ຽວລະດູໃບໄມ້ຫຼົ່ນຮ່າໂນ້ຍ.

ຖະໜົນຍ່າງ ເຈີ່ນເຍິນຕົງ ແລະສວນສາທາລະນະຖົງເຍິດ ກາຍເປັນສູນລວມໃຫ້ໄດ້ສຳຜັດຕົວຈິງກັບຫຼາຍໆງານວາງສະແດງສິນຄ້າການທ່ອງທ່ຽວ, ສິລະປະຫັດຖະກໍາ, ອາຫານພື້ນເມືອງ ແລະລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ. ສະຖານທີ່ວາງສະແດງ “ຮ່າໂນ້ຍ-ລະດູໃບໄມ້ຫຼົ່ນທີ່ເບິ່ງຈາກກ້ອງຖ່າຍ” ໄດ້ດຶງດູດຄວາມສົນໃຈຂອງແຂກມາຢ້ຽມຊົມດ້ວຍຮູບພາບສິລະປະນັບຮ້ອຍແຜ່ນ, ເອກະສານອັນລ້ຳຄ່າກ່ຽວກັບຮ່າໂນ້ຍ ໃນອະດີດ ແລະໃນປະຈຸບັນ. ເຂດອາຫານ “ລົດຊາດແຫ່ງຄວາມຊົງຈຳ” ໄດ້ມີບັນດາເຍື່ອງອາຫານແຊບນົວຫຼາຍຢ່າງທີ່ຕິດພັນກັບລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ. ບັນດາລາຍການສິລະປະ ເຊັ່ນ: “ສີສັນລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ”, ຫຼື ກິດຈະກຳຂອງເດັກນ້ອຍ “ຄວາມຝັນໃນລະດູໃບໄມ້ຫຼົ່ນຂອງນ້ອງ” ໄດ້ນຳມາເຊິ່ງບັນຍາກາດອັນເຕັມໄປດ້ວຍສີສັນວັດທະນາທໍາຫຼາກຫຼາຍ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ