ຄວາມອຸດົມສົມບູນ, ຄວາມຫຼາກຫຼາຍຂອງອາຫານການກິນຫວຽດນາມ ແລະສາກົນທີ່ມາວາງສະແດງຢູ່ບັນດາຮ້ານວາງສະແດງໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວເມື່ອມາຢາມງານມະໂຫລານອາຫານການກິນສາກົນ 2025. ທ່ານນາງ ເລທິບິກງາ, ຢູ່ຮ່າໂນ້ຍ ແບ່ງປັນວ່າ: “ເຫດການໄດ້ຮັບການຈັດຕັ້ງເປັນຢ່າງດີ, ດ້ວຍຂະໜາດໃຫຍ່. ມີບັນດາຮ້ານວາງສະແດງຂອງຫວຽດນາມ ແລະບັນດາປະເທດ, ຂ້າພະເຈົ້າ ຫວັງວ່າ ເຫດການດັ່ງກ່າວຄວນໄດ້ຈັດຕັ້ງປະຈໍາປີເພື່ອໃຫ້ຊາວຫວຽດນາມ ມີໂອກາດຮັບປະທານອາຫານການກິນຂອງບັນດາປະເທດ ກໍ່ຄືຂອງຫວຽດນາມ”.

leftcenterrightdel
ເຂົ້າເໝົ້າ ເຊິ່ງແມ່ນຜະລິດຕະພັນພິເສດຂອງຮ່າໂນ້ຍ ໄດ້ແນະນໍາທີ່ຮ້ານວາງສະແດງຂອງກຸ່ມອາຊຽນ. ພາບ: vov.vn

ດ້ວຍຄວາມກະຕືລືລົ້ນເມື່ອເຂົ້າຮ່ວມງານມະໂຫລານອາຫານການກິນສາກົນ 2025 ກັບພວກເພື່ອນແຕ່ຮຸ່ງເຊົ້າ, ທ່ານນາງ ຮວ່າງແອັງ ຢູ່ຖະໜົນວ້ານບ໊າວ, ຮ່າໂນ້ຍ ມີຄວາມປະທັບໃຈຕໍ່ກັບບັນຍາກາດຟົດຟື້ນ ແລະຄວາມດຶງດູດໃຈຂອງບັນດາຮ້ານໃນປີນີ້. ທ່ານນາງ ແອັງ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ເຫັນວ່າງານມະໂຫລານອາຫານການກິນສາກົນປີນີ້ມີຄວາມຄຶກຄື້ນກວ່າປີກ່ອນ, ເຍື່ອງອາຫານ ແລະຮ້ານວາງສະແດງຍັງອຸດົມສົມບູນກວ່າ. ໂຊກດີທີ່ອາກາດໃນປີນີ້ດີຫຼາຍ, ຂ້າພະເຈົ້າ ໄດ້ຮັບປະທານເຍື່ອງອາຫານຫຼາຍຢ່າງ, ອາຫານແຕ່ລະເຍື່ອງລ້ວນແຕ່ມີເອກະລັກສະເພາະ, ເປັນສັນຍະລັກໃຫ້ອາຫານກາກິນ ແລະວັດທະນະທຳຂອງແຕ່ລະປະເທດ”.

ງານມະໂຫລານວັດທະນະທໍາອາຫານການກິນ ປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງ 128 ຮ້ານວາງສະແດງທີ່ມາຈາກ 50 ສະຖານທູດ, 20 ອົງການການຕ່າງປະເທດທ້ອງຖິ່ນ, 8 ຫົວໜ່ວຍ ຂຶ້ນກັບກະຊວງການຕ່າງປະເທດ, ບັນດາວິສາຫະກິດ ແລະອົງການຈັດຕັ້ງສາກົນຫຼາຍແຫ່ງ. ເຫດການດັ່ງກ່າວໄດ້ກາຍເປັນສັນຍາລັກແຫ່ງການພົບປະແລກປ່ຽນວັດທະນະທຳ, ການແບ່ງປັນ ແລະຈິດໃຈສາມັກຄີສາກົນ.

ໂດຍ: ທູຈາງ